(ສພຊ) – ວັນທີ 9 ສິງຫາ 2026, ສະຫາຍ ເຈີ່ນ ແທັງ ເໝີ້ນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ແຫ່ງ ສສ.ຫວຽດນາມ ໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ທີ່ໄດ້ເຖິງແກ່ມໍລະນະກໍາໃນວັນທີ 8 ສິງຫາຜ່ານມາ; ການເຂົ້າວາງພວງມາລາ ແລະ ໄວ້ອາໄລ ໃນຄັ້ງນີ້ ເປັນການສະແດງເຖິງຄວາມເຄົາລົບຮັກ ແລະ ຄວາມອາໄລອາວອນ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ການຈາກໄປຂອງຜູ້ນໍາທີ່ສໍາຄັນຂອງ ສປປລາວ, ພ້ອມທັງສະທ້ອນໃຫ້ເຫັນເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ມິດຕະພາບອັນແໜ້ນແຟ້ນ ລະຫວ່າງພັກ, ລັດ ແລະ ປະຊາຊົນ ລາວ-ຫວຽດນາມ.
ໂອກາດດຽວກັນນີ້, ສະຫາຍ ພົທ. ເລ ວັນ ຕຽນ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ພົທ. ຫງວຽນ ເຈື່ອງ ຖັງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມດ້ວຍຄະນະ ກໍໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ເຊັ່ນດຽວກັນ.
ປະທານສະພາແຫ່ງຊາດຫວຽດນາມ ເຂົ້າວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ
