ກອງປະຊຸມໃຫຍ່ສະມາຊິກພັກ ໜ່ວຍພັກສະພາປະຊາຊົນແຂວງຫລວງນ້ຳທາ ຄັ້ງທີ IV

ສ.ຫ. 10, 2026

 

ໃນຕອນບ່າຍຂອງວັນທີ 06  ສິງຫາ  2026 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໜ່ວຍພັກ ສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV ຂອງຕົນຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງສະຫາຍ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ເລຂາໜ່ວຍພັກ ຮອງປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົນໂທ ຄຳກິ່ງ ຜຸຍຫລ້າມະນີວົງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີ ສະຫາຍ ຈັນທະໜອມ ຂັນທະລາດ ຮອງປະທານຄະນະກວດກາພັກ-ອົງການກວດກາລັດແຂວງ ຕາງໜ້າອະນຸກໍາມະການຂັ້ນແຂວງ;

ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມແຂວງ, ຄະນະກວດກາພັກແຂວງ ແລະ ແຂກຖືກເຊີນຈາກຄະນະພັກຫ້ອງວ່າການແຂວງ, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ ແລະ ພະແນກຍຸຕິທໍາແຂວງເຂົ້າຮ່ວມ, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 35 ສະຫາຍ, ຍິງ 15 ສະຫາຍ

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາລາຍງານການເມືອງ ຂອງຄະນະໜ່ວຍພັກຊຸດທີ III ທີ່ສະ  ເໜີຕໍ່ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂອງໜ່ວຍພັກສະພາປະຊາຊົນແຂວງພ້ອມທັງຕີລາຄາດ້ານດີ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນການນຳພາ-ຊີ້ນຳ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃນ 5 ປີຜ່ານມາ, ພ້ອມນີ້ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງ, ທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ ໃນ 5 ປີຕໍ່ໜ້າ; ໄດ້ຮັບຮອງເອົາບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກສະໄໝທີ III ຕໍ່ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂອງໜ່ວຍພັກສະພາປະຊາຊົນແຂວງ; ພ້ອມນັ້ນຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດ ເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດ ຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ມີຜູ້ອອກຮັບສະໝັກເລືອກຕັ້ງທັງໝົດ 7 ສະຫາຍ, ຍິງ 2 ສະຫາຍ ແລະ ເລືອກໄດ້ 5 ສະຫາຍ, ຍິງ 1 ສະຫາຍ

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະໜ່ວຍພັກ ຊຸດທີ IV ໄດ້ເລືອກຕັ້ງເອົາເລຂາ, ຮອງເລຂາ, ກໍາມະການ ແລະ ຜູ້ກວດກາໜ່ວຍພັກ ຄື ສະຫາຍ ກົງເພັດ ແກ້ວບົວພາ   ເປັນເລຂາໜ່ວຍພັກ;  ສະຫາຍ  ວຽງໄຊ ສັກລໍາດວນ  ເປັນຮອງເລຂາໜ່ວຍພັກ;  ນາງ ປານິດາ ເຮືອງແພງອ່ອນ ເປັນປະທານກວດກາໜ່ວຍພັກ; ສະຫາຍ  ເພັດສະຫວັນ ຈິດດາລາ        ເປັນກໍາມະການໜ່ວຍພັກ; ສະຫາຍ  ອີງ ແສງທາລາ         ເປັນກໍາມະການໜ່ວຍພັກ.

ກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານຳພັກແຂວງ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນພາ-ຊີ້ນຳຂອງຄະນະໜ່ວຍພັກ ຊຸດທີ III ທີ່ໄດ້ນໍາພາ-ຊີ້ນຳສະມາຊິກພັກ, ພະນັກງານ, ລັດຖະກອນ ປະຕິບັດໜ້າທີ່ການເມືອງ ຂອງຕົນຍາດໄດ້ຜົນສຳເລັດຫຼາຍດ້ານ. ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານທີ່ຍັງອ່ອນ, ຂໍ້ຄົງ ຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ. ຈາກນັ້ນສະຫາຍຍັງໄດ້ໃຫ້ທິດຊີ້ນຳວຽກງານແຕ່ລະດ້ານ ຢ່າງເລິກເຊິ່ງ, ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະໜ່ວຍພັກຊຸດໃໝ່ ທີ່ຈະສືບຕໍ່ນຳພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງ    ໜ່ວຍພັກສະພາປະຊາຊົນແຂວງ ໃຫ້ຍາດໄດ້ຜົນສຳເລັດສູງຂຶ້ນກວ່າເກົ່າ.

ໂດຍ ນາງ ອຳພອນ ສີປະເສີດ