(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນກໍລະກົດ ໄດ້ຈັດຂຶ້ນລະຫວ່າງວັນທີ 6-7 ສິງຫາ 2026 ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາຮອງປະທານ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ພະນັກງານວິຊາການຂອງກະຊວງ, ອົງການທີ່ກ່ຽວຂ້ອງ ຈຳນວນໜຶ່ງ.
ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນ ທີ່ຕິດພັນກັບສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ເຊິ່ງໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສະພາແຫ່ງຊາດ ເປັນຕົ້ນ: ໄດ້ຮັບຟັງການລາຍງານຜົນການຮຽບຮຽງກົດໝາຍ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍຄັງເງິນແຫ່ງຊາດ (ສ້າງໃໝ່) ທີ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຮັບຮອງເອົາ; ພິຈາລະນາຄົ້ນຄວ້າກົນໄກການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ຂອງກໍາມາທິການກົດໝາຍ ແລະ ຍຸຕິທຳ; ພິຈາລະນາການໃຫ້ສັດຕະຍາບັນວ່າດ້ວຍການຊ່ວຍເຫຼືອເຊິ່ງກັນແລະກັນທາງດ້ານກົດໝາຍໃນບັນຫາອາຍາ ລະຫວ່າງ ສປປລາວ ແລະ ສ.ເກົາຫຼີ; ພິຈາລະນາຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ X; ຮັບຟັງລາຍງານກ່ຽວກັບການກະກຽມສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 35 ປີ. ກອງປະຊຸມຍັງໄດ້ພິຈາລະນາໜັງສືສະເໜີຂອງລັດຖະບານ ກ່ຽວກັບການນໍາໃຊ້ທີ່ດິນເຂົ້າໃນໂຄງການກໍ່ສ້າງແລວສາຍສົ່ງໄຟຟ້າແຮງສູງຢູ່ບາງແຂວງພາກເໜືອ; ພິຈາລະນາກ່ຽວກັບການຍົກເວັ້ນອາກອນມູນຄ່າເພີ່ມ ເພື່ອປະຕິບັດນະໂຍບາຍອຸດໜູນຄ່າໄຟຟ້າພາກທີ່ຢູ່ອາໄສ ສຳລັບຜູ້ມີລາຍໄດ້ຕໍ່າ; ພິຈາລະນາການແຕ່ງຕັ້ງບຸກຄະລາກອນຂອງສານປະຊາຊົນ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທຳຂອງປະຊາຊົນຈໍານວນໜຶ່ງ.
ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນກໍລະກົດ
