(ສພຊ) – ຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ຈັດກອງປະຊຸມທາບທາມຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ) ໃນລະຫວ່າງວັນທີ 6-8 ສິງຫານີ້ ທີ່ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ ຜູ້ຊີ້ນໍາວຽກງານສາທາລະນະສຸກ ເຊິ່ງມີບັນດາຜູ້ຕາງໜ້າຈາກກົມກົດໝາຍສະພາແຫ່ງຊາດ, ກົມກົດໝາຍຫ້ອງວ່າການສໍານັກງານປະທານປະເທດ, ກົມນິຕິກຳຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກົມກົດໝາຍກະຊວງຍຸຕິທໍາ; ຫົວໜ້າ-ຮອງຫົວໜ້າພະແນກສາທາລະນະສຸກ ຈາກ 9 ແຂວງຄື: ຫົວພັນ, ຊຽງຂວາງ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ໄຊສົມບູນ; ອົງການຈັດຕັ້ງສາກົນ JICA, WHO, KOFIH, ຫ້ອງການປະສານງານຂອງໂຄງການ HANSA II ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລື ແລະ ທາບທາມຄໍາເຫັນບັນດາຜູ້ເຂົ້າຮ່ວມ ເພື່ອຊອກໃຫ້ເຫັນບັນຫາທີ່ບໍ່ສອດຄ່ອງ, ຊ່ອງວ່າງ, ຜົນກະທົບ ຫຼື ຂໍ້ຈຳກັດທີ່ເຮັດໃຫ້ບໍ່ສາມາດຈັດຕັ້ງປະຕິບັດໄດ້ດີໃນໄລຜ່ານມາ ເພື່ອເປັນຂໍ້ມູນພື້ນຖານໃຫ້ການປັບປຸງກົດໝາຍວ່າດ້ວຍການປະກັນສຸຂະພາບ ທີ່ຈະນໍາສະເໜີເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X; ຮັບປະກັນໃຫ້ກົດໝາຍສະບັບນີ້ ມີເນື້ອໃນທີ່ຄົບຖ້ວນ, ຮັດກຸມ, ຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ສະພາບການພັດທະນາເສດຖະກິດ-ສັງຄົມຕົວຈິງ ແນໃສ່ສ້າງຂີດຄວາມສາມາດ ແລະ ຂະຫຍາຍຕົວຢ່າງແຂງແຮງ ໃນວຽກງານປະກັນສຸຂະພາບ ໂດຍສະເພາະວຽກງານກອງທຶນ ໃຫ້ມີຄວາມວ່ອງໄວ, ທັນສະໄໝ ແລະ ໝັ້ນຄົງ.

ວຽກປະກັນສຸຂະພາບ ເປັນວຽກໜຶ່ງທີ່ສໍາຄັນ ແລະ ຈຳເປັນ, ຮັບປະກັນໃຫ້ພົນລະເມືອງລາວທັງໝົດ ໄດ້ເຂົ້າເຖິງການບໍລິການປິ່ນປົວ ໂດຍປາດສະຈາກຄວາມຫຍຸ້ງຍາກທາງດ້ານການເງິນ ເພື່ອທີ່ຈະຊ່ວຍໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ເຂົ້າເຖິງການບໍລິການປິ່ນປົວຮັກສາສຸຂະພາບທີ່ມີຄຸນນະພາບ, ທົ່ວເຖິງ ແລະ ຊ່ວຍແບ່ງເບົາຄ່າໃຊ້ຈ່າຍ ໃນສະຖານທີ່ບໍລິການປິ່ນປົວແຕ່ລະຂັ້ນ.
(ຂ່າວ: ວັນເພັງ, ຂໍ້ມູນ: ກະຊວງສາທາລະນະສຸກ)

