ໃນຕອນເຊົ້າວັນທີ 31 ກໍລະກົດ 2026 ຄະນະກຳມະການເສດຖະກິດ ແລະ ການເງິນ ຂອງສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ຈັດພິທີເຊັນບົດບັນທຶກຮ່ວມວ່າດ້ວຍການປະສານງານ ລະຫວ່າງ ຄະນະກຳມະການເສດຖະກິດ ແລະ ການເງິນ ກັບ ພະແນກການທີ່ກ່ຽວຂ້ອງຂອງແຂວງ ຂຶ້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະສຸລິນ ໝັ້ນປະດິດ ກຳມະການຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການເສດຖະກິດ ແລະ ການເງິນ ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ບຸນປີ ໄລປະເສີດ ກຳມະການຄະນະປະຈຳສະພາປະຊາຊົນແຂວງ ຮອງປະທານສະພາປະຊາຊາຊົນແຂວງ ມີຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ, ອົງການລັດທຽບເທົ່າພະແນກການຂອງແຂວງ, ຫົວໜ່ວຍວິສາຫະກິດທີ່ກ່ຽວຂ້ອງຂອງແຂວງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 25 ທ່ານ.

ໃນພິທີທ່ານ ຈັນທະສຸລິນ ໝັ້ນປະດິດ ໄດ້ກ່າວເປີດພິທີເຊັນບົດບັນທຶກຮ່ວມວ່າດ້ວຍການປະສານງານ ລະຫວ່າງ ຄະນະກຳມະການເສດຖະກິດ ກັບ ພະແນກການທີ່ກ່ຽວຂ້ອງຂອງແຂວງຢ່າງເປັນທາງການ ແລະ ໄດ້ຮັບຟັງຮ່າງບົດບັນທຶກລະຫວ່າງຄະນະກຳມະການເສດຖະກິດ ແລະ ການເງິນ ກັບພະແນກການທີ່ກ່ຽວຂ້ອງຂອງແຂວງ ຈຳນວນ 3 ສະບັບ ແລະ ໄດ້ຮ່ວມເຊັນບົດບັນທຶກຮ່ວມວ່າດ້ວຍການປະສານງານ ລະຫວ່າງ ຄະນະກຳມະການເສດຖະກິດ ແລະ ການເງິນ ສະພາປະຊາຊົນແຂວງ ກັບ ອົງການກວດກາລັດແຂວງ; ບົດບັນທຶກຮ່ວມວ່າດ້ວຍການປະສານງານ ລະຫວ່າງ ຄະນະກຳມະການເສດຖະກິດ ແລະ ການເງິນ ສະພາປະຊາຊົນແຂວງ ກັບ ພະແນກການເງິນ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ແລະ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ແລະ ບົດບັນທຶກຮ່ວມວ່າດ້ວຍການປະສານງານ ລະຫວ່າງ ຄະນະກຳມະການເສດຖະກິດ ແລະ ການເງິນ ສະພາປະຊາຊົນແຂວງ ກັບ ຫ້ອງການຄະນະສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ, ດ່ານພາສີສາກົນບໍ່ເຕ່ນ, ອົງການພັດທະນາ ແລະ ບໍລິຫານຕົວເມືອງ, ຫ້ອງການສະພາການຄ້າ ແລະ ອຸດສາຫະກຳ, ລັດວິສາຫະກິດການບີນລາວ, ລັດວິສາຫະກິດນ້ຳປະປາ ແລະ ວິສາຫະກິດໄຟຟ້າແຂວງ; ການເຊັນບົດບັນທຶກຮ່ວມນີ້ກໍເພື່ອເປັນການຄົ້ນຄວ້າ, ປຶກສາຫາລືແລກປ່ຽນຂໍ້ມູນໃນການເຄື່ອນໄຫວວຽກງານ, ການຕົກລົງວຽກງານຮ່ວມກັນ ໃຫ້ຖຶກຕ້ອງ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດພາລະບົດບາດ, ສິດ, ໜ້າທີ່ຂອງຕົນໃຫ້ຖຶກຕ້ອງ ແລະ ມີປະສິດທິພາບສູງ.
ຂ່າວ ວັນນີ ແຝງບົວວັນ
