ກອງປະຊຸມໃຫຍ່ ສະມາຊິກພັກ ໜ່ວຍພັກຮາກຖານສະພາປະຊາຊົນແຂວງອຸດົມໄຊ ຄັ້ງທີ VII.

ສ.ຫ. 4, 2026

 
ໃນຕອນເຊົ້າວັນທີ 30 ກໍລະກົດ 2026 ນີ້, ຢູ່ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນແຂວງ, ໜ່ວຍພັກຮາກຖານ ສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມໃຫຍ່ ສະມາຊິກພັກ ໜ່ວຍພັກຮາກຖານສະພາປະຊາຊົນແຂວງອຸດົມໄຊ ຄັ້ງທີ VII ຂຶ້ນ, ໂດຍການເປັນປະທານຮ່ວມຂອງສະຫາຍ ຄຳຈັນ ວ່າບົວແສງ ກຳມະການພັກແຂວງ, ເລຂາໜ່ວຍພັກສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມເປັນປະທານມີສະຫາຍ ນ. ຄໍາໝັ້ນ ແກ້ວບຸນຫວນ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ຜູ້ປະຈໍາການ, ສະຫາຍ ນ. ສົມລີ ສີອ່ອນຕາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີແຂກເຊີນຈາກໜ່ວຍພັກພະແນກການ, ອົງການອ້ອມຂ້າງ, ຄະນະຮັບຜິດຊອບ ແລະ ສະມາຊິກພັກພາຍໃນໜ່ວຍພັກຮາກຖານສະພາປະຊາຊົນແຂວງເຂົ້າຮ່ວມ.
ສະຫາຍ ທອງໄຊ ທໍ່ຈົງເລ່ຍຈີ ຮອງເລຂາໜ່ວຍພັກ, ໄດ້ສະເໜີຮ່າງລາຍງານການເມືອງ ຂອງຄະນະໜ່ວຍພັກຮາກຖານສະພາປະຊາຊົນແຂວງ ຄັ້ງທີ VI ໄລຍະ 5 ປີ(2022-2026); ສະຫາຍ ທະນາກອນ ເຍມະນີ ກໍາມະການໜ່ວຍພັກໄດ້ສະເໜີຮ່າງແຜນພັດທະນາວຽກງານ ສະພາປະຊາຊົນແຂວງ 5 ປີ, ຄັ້ງທີ 1 ໄລຍະ ປີ (2026-2030) ແລະ ສະຫາຍ ຄຳຈັນ ວ່າບົວແສງ ກຳມະການພັກແຂວງ, ເລຂາໜ່ວຍພັກສະພາປະຊາຊົນແຂວງ, ໄດ້ສະເໜີຮ່າງບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຮາກຖານສະພາປະຊາຊົນແຂວງ ຄັ້ງທີ VI.

ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕຂອງຕົນເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນໃສ່ບັນດາເນື້ອໃນຕ່າງໆ ຢ່າງກົງໄປກົງມາເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ພ້ອມທັງລົງປະຊາມະຕິຮັບຮອງເອົາ ຢ່າງເປັນເອກະສັນ 100%.
ປະຕິບັດຕາມວາລະ, ສະຫາຍ ນ. ສົມລີ ສີອ່ອນຕາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ໄດ້ຜ່ານມາດຖານເງື່ອນໄຂຜູ້ອອກຮັບສະໝັກເລືອກຕັ້ງຄະນະພັກຊຸດໃໝ ່ ແລະ ຜ່ານມະຕິຕົກລົງຮັບຮອງເອົາບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະພັກ ຊຸດທີ VII, ເຊິ່ງມີຜູ້ສະໝັກ 7 ສະຫາຍ, ເລືອກເອົາ 5 ສະຫາຍ, ພ້ອມນັ້ນ, ຄະນະພັກຂັ້ນເທິງໄດ້ມີຄໍາເຫັນຊີ້ນໍາຕໍ່ການປ່ອນບັດ.

ຜ່ານການປ່ອນບັດຄັດເລືອກ ກອງປະຊຸມປະຖົມມະລຶກ ໄດ້ເປັນເອກະສັນກັນຢ່າງສົມບູນເລືອກເອົາສະຫາຍ ທອງຄານ ວັດສະດາກອນ ເປັນເລຂາໜ່ວຍພັກ, ສະຫາຍ ຄໍາຈັນ ວ່າບົວແສງ ເປັນຮອງເລຂາ, ສະຫາຍ ທອງໄຊ ທໍ່ຈົງເລ່ຍຈີ ເປັນກຳມະການ-ປະທານກວດກາໜ່ວຍພັກ, ສະຫາຍ ດຣ ນ. ສິດທິວອນ ຫົງສາຄອນ ເປັນກຳມະການ ແລະ ສະຫາຍ ຄອນສີ ໄຊຍະມອນ ເປັນກຳມະການ ເພື່ອສືບຕໍ່ຊີ້ນຳ-ນຳພາ ວຽກງານພັກໃນຕໍ່ໜ້າ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.
📸✍: ແສງພອນ ອິນນະລົງ.