(ສພຊ) – ວັນທີ 4 ສິງຫາ 2026 ທີ່ຫ້ອງປະຊຸມສະໂມສອນແຂວງ ໄດ້ມີພິທີປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ); ເຂົ້າຮ່ວມມີທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ (ສພຂ); ມີບັນດາທ່ານຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານເສນາທິການຂອງ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ໄດ້ຮັບຟັງລາຍງານສະພາບການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ (ຄສຊ) ປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ຈາກທ່ານ ໄຊຊະນະ ໂຄດພູທອນ ແລະ ທ່ານຮອງຫົວໜ້າກົມວຽກງານສະ ມາຊິກສະພາແຫ່ງຊາດ ໄດ້ອ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 199/ຄປຈ, ລົງວັນທີ 08/7/2026 ວ່າດ້ວຍການແຕ່ງຕັ້ງທ່ານ ໄຊຊະນະ ໂຄດພູທອນ ເປັນປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ແລະ ທ່ານ ແກ້ວອຸດອນ ບຸດສິງຂອນ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ; ຈາກນັ້ນ, ທ່ານ ມອນໄຊ ລາວມົວຊົ່ງ ໄດ້ມອບມະຕິດັ່ງກ່າວໃຫ້ແກ່ປະທານ ແລະ ຮອງປະທານ ຄສຊ.
ໂອກາດນີ້, ທ່ານ ມອນໄຊ ລາວມົວຊົ່ງ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຖືກແຕ່ງຕັ້ງ ເພື່ອນໍາພາ-ຊີ້ນໍາວຽກງານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ພ້ອມທັງເນັ້ນໜັກໃຫ້ມີກົນໄກການປະສານງານກັບບັນດາກໍາມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ, ສະພາປະຊາຊົນແຂວງ ແລະ ຄະນະພັກ, ອົງການປົກຄອງແຂວງ ຢ່າງປົກກະຕິ ໃນການປະຕິບັດສິດ ແລະ ໜ້າທີ່ຂອງ ສພຊ ແລະ ຄປຈສພຊ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ບັນດາໂຄງການລົງທຶນທີ່ພວມຈັດຕັ້ງປະຕິບັດຢູ່ເຂດເລືອກຕັ້ງຂອງຕົນ ທີ່ສົ່ງຜົນກະທົບໂດຍກົງຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ; ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການສ້າງ ແລະ ປັບປຸງນິຕິກໍາຂອງທ້ອງຖິ່ນ, ການຕົກລົງບັນຫາສໍາຄັນຂອງທ້ອງຖິ່ນ ແລະ ການຕິດຕາມກວດກາ. ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ສະເໜີໃຫ້ອຳນາດການປົກຄອງແຂວງ ກໍຄືອຳນາດການປົກຄອງທຸກຂັ້ນ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການຮ່ວມມື, ສະໜັບສະໜູນການເຄື່ອນໄຫວຂອງ ສສຊ-ສສຂ ດ້ວຍການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວ ເພື່ອເຮັດສໍາເລັດໜ້າທີ່ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນໃນເຂດເລືອກຕັ້ງຂອງຕົນ.
(ນາງ ກຸກກິກ ບຸດດາໄຊ)

