(ສພຊ) – ກອງປະຊຸມໂຕະມົນກ່ຽວກັບບັນຫາອາກາດ ແລະ ນໍ້າ ຄັ້ງທີ 3 ແລະ ກອງປະຊຸມສະພາທີ່ປຶກສາກ່ຽວກັບບັນຫານໍ້າຂອງລັດຖະສະພາອາຊີ (AAWC) ຄັ້ງທີ 9 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 28 ກໍລະກົດ 2026 ທີ່ໂຮງແຮມ ຮໍລິເດອິນ, ນະຄອນຫຼວງວຽງຈັນ, ສປປລາວ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ນາງ ຮັນ ຈອງແອ ສະມາຊິກສະພາແຫ່ງຊາດ ແຫ່ງ ສ.ເກົາຫຼີ, ປະທານສະພາທີ່ປຶກສາກ່ຽວກັບບັນຫານ້ຳຂອງລັດຖະສະພາອາຊີ ໂດຍມີສະມາຊິກລັດຖະສະພາຈາກປະເທດສະມາຊິກ AAWC 10 ປະເທດ ແລະ 5 ປະເທດສັງເກດການ ພ້ອມດ້ວຍແຂກຂອງປະເທດເຈົ້າພາບ, ບັນດາທ່ານຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງຂອງ ສປປລາວ, ທູຕານຸທູດຂອງປະເທດສະມາຊິກ AAWC ທີ່ປະຈຳຢູ່ ສປປລາວ, ພາກສ່ວນຈາກສະຖາບັນ ແລະ ພາກທຸລະກິດຂອງ ສປປລາວ ແລະ ສ.ເກົາຫຼີ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 200 ທ່ານ.
ໃນພິທີເປີດກອງປະຊຸມຢ່າງເປັນທາງການ, ທ່ານ ນາງ ຮັນ ຈອງແອ ໄດ້ກ່າວຄໍາເຫັນສະແດງຄວາມຂອບໃຈຕໍ່ສະພາແຫ່ງຊາດ ກໍຄື ສປປລາວ ທີ່ໃຫ້ກຽດຮັບເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້, ພ້ອມທັງຍົກໃຫ້ເຫັນຈຸດປະສົງ ແລະ ຄວາມເປັນມາຂອງອົງການດັ່ງກ່າວ. ໂອກາດດຽວກັນນີ້, ທ່ານ ວິໄລວົງ ບຸດດາຄໍາ ກໍມີຄໍາເຫັນຕໍ່ພິທີເປີດ ໂດຍໄດ້ຕີລາຄາສູງຕໍ່ບົດບາດຂອງ AAWC ທີ່ໃຫ້ຄວາມສຳຄັນໃນການສົ່ງເສີມການຮ່ວມມືລະຫວ່າງບັນດາສະມາຊິກລັດຖະສະພາ, ພາກສ່ວນລັດຖະບານ, ຊ່ຽວຊານຈາກສະຖາບັນຕ່າງໆໃນພາກພື້ນອາຊີ, ລວມທັງພາກສ່ວນທຸລະກິດເອກະຊົນ ໃນການແລກປ່ຽນບົດຮຽນດ້ານການກຳນົດນິຕິກຳ, ການອອກກົດໝາຍ, ການວາງນະໂຍບາຍ ແລະ ການຈັດຕັ້ງປະຕິບັດທີ່ດີ ກ່ຽວກັບການຄຸ້ມຄອງ, ບໍລິຫານຈັດການນໍ້າໃຫ້ມີຄວາມຍືນຍົງ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ ໃນພາກພື້ນຂອງພວກເຮົາ ໃຫ້ມີປະສິດທິຜົນສູງກວ່າເກົ່າ; ພ້ອມດຽວກັນນີ້, ທ່ານຮອງປະທານສະພາແຫ່ງຊາດ ຍັງຍົກໃຫ້ເຫັນເຖິງຄວາມອຸດົມສົມບູນຂອງຊັບພະຍາກອນນ້ຳ ແລະ ຂອບເນື້ອໃນຂອງວິໄສທັດຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ, ການນຳໃຊ້ນ້ຳ ແລະ ຊັບພະຍາກອນນ້ຳແຫ່ງຊາດ ຮອດປີ 2030 ທີ່ກຳນົດກ່ຽວກັບການບໍລິຫານ ແລະ ນຳໃຊ້ນ້ຳແບບຍືນຍົງ, ການສົ່ງເສີມການນໍາໃຊ້ພະລັງງານສະອາດ ແລະ ສົ່ງເສີມການນໍາໃຊ້ພະລັງງານນໍ້າຂອງ ສປປລາວ. ນອກຈາກນັ້ນ, ຍັງຍົກໃຫ້ເຫັນຄວາມສຳຄັນຂອງການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາກົດໝາຍ ແລະ ນະໂຍບາຍແຫ່ງຊາດ ເພື່ອຮັບປະກັນການນໍາໃຊ້ນ້ຳເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິພາບ, ປະສິດທິຜົນ, ທົ່ວເຖິງ, ເທົ່າທຽມ ແລະ ຍືນຍົງ.

ໃນຕອນທ້າຍ, ທ່ານຮອງປະທານສະພາແຫ່ງຊາດລາວ ໄດ້ຮຽກຮ້ອງໃຫ້ບັນດາທ່ານສະມາຊິກ AAWC ສືບຕໍ່ເພີ່ມທະວີການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອຮັບປະກັນການບໍລິຫານ, ຈັດການ ແລະ ການນໍາໃຊ້ນໍ້າ ໃຫ້ມີຄວາມໝັ້ນຄົງ, ປອດໄພ ແລະ ຍືນຍົງ; ຍົກສູງປະສິດທິພາບຂອງການຄຸ້ມຄອງ ແລະ ນຳໃຊ້ນ້ຳ ທີ່ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ; ສົ່ງເສີມການນຳໃຊ້ນ້ຳເຂົ້າໃນທຸກຂົງເຂດວຽກງານ; ສ້າງກິດຈະກຳ ແລະ ໂຄງການແລກປ່ຽນທາງດ້ານເຕັກໂນໂລຊີທີ່ກ່ຽວຂ້ອງກັບການນໍາໃຊ້, ການບຳບັດ ແລະ ການນຳນ້ຳກັບມາໃຊ້ໃໝ່; ເລັ່ງລັດການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທີ 6 (SDG6 ມີນ້ຳສະອາດ ແລະ ສຸຂະອະນາໄມ) ໂດຍການສະໜັບສະໜູນທາງດ້ານທຶນຮອນໃຫ້ແກ່ປະເທດດ້ອຍພັດທະນາ ແລະ ກຳລັງພັດທະນາ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງພວກເຮົາ.
ກອງປະຊຸມໂຕະມົນບັນຫາອາກາດ ແລະ ນ້ຳ ແລະ ກອງປະຊຸມ AAWC
