ເມືອງພູວົງ ປະກາດໂຄງປະກອບ,ບຸກຄະລາກອນ ແລະ ມອບຮັບໜ້າທີ່ ຫົວໜ້າຄະນະ​ ສສຂ ປະຈຳເຂດເລືອກຕັ້ງເມືອງ.    

ກ.ກ. 22, 2026

ພິທີ ປະກາດໂຄງປະກອບການຈັດຕັ້ງ, ບຸກຄະລະກອນ ແລະມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ​ (ສສຂ)​ ປະຈຳເຂດເລືອກຕັ້ງເມືອງ​ພູວົງ (ຜູ້ເກົ່າ​ ແລະ​ ຜູ້ໃໝ່) ຈັດຂື້ນຢ່າງເປັນທາງການ,​ ໃນວັນທີ​ 21​ ກໍລະກົດ​ 2026,​ ທີ່ສະໂມສອນເມືອງພູວົງ,​ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ​ ອ່ອນໃສ​ ມຽງລາວັນ  ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ,​ ມີທ່ານ​ ດາບແກ້ວ ໄຊຍະແສງ ກຳມະການພັກແຂວງ ເລຂາພັກເມືອງ, ມີບັນດາທ່ານການນໍາຂອງເມືອງ, ສສຂ ປະຈໍາເຂດເລືອກຕັ້ງເມືອງ,​  ຫົວໜ້າ-ຮອງຫົວໜ້າຫ້ອງການ,​ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.     ໃນພິທີ​ທ່ານ​ ນາງ​ ຂັນດາວອນ ໄຊສະຫວ່າງ ຄະນະປະຈໍາ​ພັກ​ເມືອງ​ ຫົວໜ້າຄະນະຈັດຕັ້ງເມືອງພູວົງ ໄດ້ຂຶ້ນຜ່ານມະຕິຄະນະປະຈຳສະພາປະຊາຊົນແຂວງ ສະບັບເລກທີ 62/ຄປຈ ລົງວັນທີ 5 ມິຖຸນາ 2026 ວ່າດ້ວຍການຮັບຮອງເອົາໂຄງປະກອບການຈັດຕັ້ງ, ບຸກຄະລາກອນ ສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງ, ປະກອບມີ: ທ່ານ​ ດາບແກ້ວ​ ໄຊຍະແສງ ກຳມະການພັກແຂວງ ເລຂາພັກເມືອງພູວົງ ສສຂ ປະຈຳເຂດເລືອກຕັ້ງເມືອງ ເປັນຫົວໜ້າຄະນະ,​ ທ່ານ ຄໍາປຸນ​ ແກ້ວປະເສີດ  ສສຂ ປະຈຳເຂດເລືອກຕັ້ງເມືອງ ເປັນຮອງຫົວໜ້າຄະນະ, ທັງເປັນຫົວໜ້າຫ້ອງການຄະນະສສຂ ປະຈໍາເຂດເລືອກຕັ້ງ​ເມືອງ, ທ່ານ ສຸກດາວເຮືອງ​ ຜິວຄໍາພັນ ກໍາມະການພັກເມືອງ ສສຂ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ,​ ທ່ານ ນາງ​ ສຸກວິໄລ​ ວຽງໄຊ  ສສຂ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ,​ ທ່ານ ແສງປະດິດ​ ສຸດນາມສຸລິນ ສສຂ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ.​  ພ້ອມນີ້,​ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການ​ແຕ່ງຕັ້ງ​ ທ່ານ​ ທອງໄມ ໄຊຍະ​ລາດ​ ພະນັກງານສັງກັດຢູ່ ປກສ​ ເມືອງ​ ເປັນຮອງ​ຫົວໜ້າຫ້ອງການ​ຄະນະ​ ສສຂ ປະຈໍາເມືອງ, ແຕ່ງຕັ້ງ​ທ່ານ​ ນາງ​ ວັນຊັບ ສິນນິລາດ ສັງກັດຫ້ອງວ່າການເມືອງ ເປັນຫົວໜ້າໜ່ວຍງານບໍລິຫານ-ການເງີນຫ້ອງການ​ຄະນະ​ ສສຂ ປະຈໍາເມືອງ.​ ນອກນັ້ນ,​ ໃນພິທີຍັງໄດ້ມອບໃບຍ້ອງຍໍ ຂອງປະທານຄະນະກໍາມະການປົກຄອງເມືອງ ໃຫ້ແກ່​ຄະນະ ສສຂ​ ຊຸດທີ​ IV​ ປະຈໍາເຂດເລືອກຕັ້ງ​ເມືອງພູວົງ​ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານຮອບດ້ານ​ ໃນໄລຍະ​ 5​ ປີ​ ຜ່ານມາ,​    ຈາກນັ້ນ,​ ກໍໄດ້ມີການລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ​ ທ່ານ​ ຄໍາ​ໃບ​ ແກ້ວມະນີ  ຫົວໜ້າຄະນະ​ ສສຂ ຊຸດທີ​ IV​ ປະຈໍາເຂດເລືອກຕັ້ງເມືອງ(ຜູ້ເກົ່າ)​ ແລະ ທ່ານ​ ດາບແກ້ວ​ ໄຊຍະແສງ ຫົວໜ້າຄະນະ​ ສສຂ ຊຸດທີ​ V​ປະຈໍາເຂດເລືອກຕັ້ງເມືອງ (ຜູ້ໃໝ່)​ ໂດຍຊ່ອງໜ້າຜູ້ເຂົ້າຮ່ວມເປັນສັກຂີພິຍານ.​ ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ທ່ານ ຮອງປະທານສະພາປະຊາຊົນແຂວງ ໄດ້ໂອ້ລົມ ແລະ ມີທິດຊີ້ນຳຕໍ່ພິທີ, ເຊິ່ງສະແດງຄວາມຊົມເຊີຍຜົນງານທີ່ຄະນະ ສສຂ ປະຈຳເຂດເລືອກຕັ້ງເມືອງພູວົງ ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເຊື່ອໝັ້ນຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ທີ່ຈະຕ້ອງເພີ່ມພູນຄູນສ້າງຄວາມສາມັກຄີ​ ແລະ​ ຄວາມຮັບຜິດຊອບທາງການເມືອງ ຢ່າງໜັກແໜ້ນ,​ ເອົາໃຈໃສ່ລົງ ໃກ້ຊິດກັບປະຊາຊົນ, ເກັບກຳຄຳສະເໜີ, ຄວາມຄິດຄວາມເຫັນ ແລະ ຄວາມຕ້ອງການທີ່ແທ້ຈິງຂອງປະຊາຊົນບັນດາເຜົ່າ ເພື່ອນຳເຂົ້າສູ່ກົນໄກການຄົ້ນຄວ້າພິຈາລະນາ,​  ສືບຕໍ່ສູມໃສ່ການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສົມຄົມ ແລະ ແຜນງົບປະມານຂອງເມືອງ ໃຫ້ມີຄວາມໂປ່ງໃສ, ຖືກຕ້ອງຕາມລະບຽບກົດໝາຍ,​ ປະສານງານຢ່າງກົມກຽວກັບອົງການປົກຄອງເມືອງ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາເຄັ່ງຮ້ອນຂອງສັງຄົມໃຫ້ທັນທ່ວງທີ.

(ວິນັດ)