
(ສພຂ ອັດຕະປື): ຕອນບ່າຍວັນທີ 21 ກໍລະກົດ 2026, ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ຮອງປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໃນໂອກາດທີ່ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ເຮັດວຽກຢູ່ແຂວງອັດຕະປື. ໃນໂອກາດພົບປະດັ່ງກ່າວ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ແຈ້ງຈຸດປະສົງຂອງການລົງເຄື່ອນໄຫວເຮັດວຽກໃນຄັ້ງນີ້ ເຊິ່ງແມ່ນເພື່ອຕິດຕາມ, ກວດກາ, ປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງໃນຂົງເຂດວຽກງານກົດໝາຍ ແລະ ຍຸຕິທໍາ, ລວມທັງເກັບກໍາຂໍ້ມູນ, ຊຸກຍູ້ ແລະ ແລກປ່ຽນບົດຮຽນ ກ່ຽວກັບການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ເພື່ອເຮັດໃຫ້ວຽກງານສະພາ ແລະ ວຽກງານຍຸຕິທໍາຢູ່ທ້ອງຖິ່ນມີຄວາມເຂັ້ມແຂງ ແລະ ຮັດກຸມຍິ່ງຂຶ້ນ. ຈາກນັ້ນ, ທ່ານ ບຸນເຖິງ ດວງສະຫວັນ ໄດ້ສະແດງຄວາມຕ້ອນຮັບ ແລະ ລາຍງານສະພາບລວມຂອງການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງສະພາປະຊາຊົນແຂວງ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາ, ເຊິ່ງເຫັນວ່າແຂວງສາມາດຮັກສາໄດ້ຄວາມສະຫງົບ, ຄວາມເປັນຮຽບຮ້ອຍໃນສັງຄົມ ແລະ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມທັງໄດ້ສະແດງຄວາມຢືນຢັນທີ່ຈະຊຸກຍູ້ ແລະ ໃຫ້ການຮ່ວມມືກັບຄະນະກໍາມາທິການກົດໝາຍ ແລະ ຍຸຕິທໍາ ສະພາແຫ່ງຊາດ ເພື່ອໃຫ້ການເຄື່ອນໄຫວເຮັດວຽກໃນຄັ້ງນີ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
(ວິນັດ)

