(ສພຊ) – ວັນທີ 17 ກໍລະກົດ 2026 ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີພິທີເປີດຂະບວນການເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ ແລະ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ພາຍໃຕ້ການເປັນປະທານຂອງສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນໍາວຽກອົງການຈັດຕັ້ງມະຫາຊົນ ທັງເປັນຫົວໜ້າຄະນະຮັບຜິດຊອບວຽກງານຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະຮັບຜິດຊອບວຽກງານຂະບວນການ, ພະນັກງານອາວຸໂສບໍານານ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ສາມອົງການຈັດຕັ້ງມະຫາຊົນຂອງ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ໄດ້ຮັບຟັງການລາຍງານແຜນການເຄື່ອນໄຫວວຽກງານຂະບວນການ ຈາກສະຫາຍ ນາງ ອໍາໄພວອນ ລ້ອມບຸນແພງ ກໍາມະການສູນກາງພັກ, ຄະນະປະຈໍາພັກສະພາແຫ່ງຊາດ, ຮອງຫົວໜ້າຄະນະຮັບຜິດຊອບວຽກງານຂະບວນການ; ຈາກນັ້ນ, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ກ່າວເປີດຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ ຢ່າງເປັນທາງການ ເຊິ່ງສະຫາຍໄດ້ຮຽກຮ້ອງໃຫ້ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ເຂົ້າໃນການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດຂະບວນການຕ່າງໆ ໂດຍຕິດພັນກັບການເຄື່ອນໄຫວວຽກງານຂອງອົງການຈັດຕັ້ງມະຫາຊົນສະພາແຫ່ງຊາດ ແລະ ຈັບມືແຂ່ງຂັນກັນສ້າງຂະບວນການຂອງຕົນ ໃຫ້ເປັນຂະບວນຟົດຟື້ນ ໂດຍສຸມໃສ່ວຽກງານຂະບວນການສຶກສາອົບຮົມການເມືອງ-ແນວຄິດ, ວຽກງານຂະບວນການກໍ່ສ້າງພັກ, ວຽກງານຂະບວນການປະຕິບັດນະໂຍບາຍ, ວຽກງານຂະບວນການປ້ອງກັນຄວາມສະຫງົບ, ວຽກງານຂະບວນການອອກແຮງງານ, ກິລາ ແລະ ສິລະປະວັນນະຄະດີ ແລະ ວຽກງານຂະບວນການໂຄສະນາ. 
ພ້ອມນັ້ນ, ຍັງໄດ້ຮັບຟັງການເລົ່າປະຫວັດຕົ້ນກຳເນີດ ແລະ ການຂະຫຍາຍຕົວຂອງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026); ການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ; ຜ່ານຂໍ້ຕົກລົງສະບັບເລກທີ 133/ສສຍລ ຂອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ວ່າດ້ວຍການຍ້ອງຍໍສະຫະພັນແມ່ຍິງສະພາແຫ່ງຊາດ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VIII (2021-2025); ພ້ອມທັງມອບການຍ້ອງຍໍຜົນງານ ແລະ ເປີດຂະບວນການແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງສະພາແຫ່ງຊາດ (2026-2027) ຢ່າງເປັນທາງການ. 
ຄຽງຄູ່ກັບພິທີທາງການ ຍັງໄດ້ມີກິດຈະກໍາ ຈັດງານຕະຫຼາດນັດຂາຍສິນຄ້າ, ຜະລິດຕະພັນ, ອາຫານ ແລະ ຜົນລະປູກ ຂອງສະຫະພັນແມ່ຍິງສະພາແຫ່ງຊາດ ຢ່າງເປັນຂະບວນຟົດຟື້ນ.
ເປີດຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ
