ສະຫະພັນແມ່ຍິງຮາກຖານ (ສຍ) ຂົງເຂດປົກປ້ອງກົດໝາຍ ແຂວງເຊກອງ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ໃນຕອນເຊົ້າວັນທີ 16 ກໍລະກົດ 2026 ນີ້ ພາຍໃຕ້ຄໍາຂັວນ “71 ປີ ມີໄຊ ເຕີບໃຫຍ່ ເຂັ້ມແຂງ ພັດທະນາແມ່ຍິງກ້າວໄກ ທັນສະ ໄໝ”, ໂດຍການເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຂອງ ທ່ານ ນາງ ໄຮມະນີ ວົງໜໍ່ແກ້ວ ຄະນະປະຈໍາສະພາປະຊາຊົນແຂວງ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ, ມີບັນດາຄະນະໜ່ວຍສະຫະພັນແມ່ຍິງຮາກຖານ ຂົງເຂດປົກປ້ອງກົດໝາຍ ພ້ອມດ້ວຍສະມາຊິກ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ໄຮມະນີ ວົງໜໍ່ແກ້ວ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຕະຫຼອດໄລຍະ 71 ປີ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ເຊິ່ງທ່ານໄດ້ກ່າວວ່າ: ຊາດລາວເຮົາ ເປັນຊາດໜຶ່ງ ທີ່ມີປະຫວັດສາດຍາວນານ ທີ່ມີອະລິຍະທຳ ອັນເກົ່າແກ່ ມາໄດ້ຫຼາຍພັນປີແລ້ວ, ມີທັງໄລຍະທີ່ຮຸ່ງເຮືອງເຫຼືອງເຫຼື້ອມ, ໄລຍະແຫ່ງຄວາມແຕກແຍກຍ້ອນຖືກຮຸກຮານຈາກສັດຕູພາຍນອກ ເຂົ້າມາເອົາເປັນເມືອງຂຶ້ນ, ແມ່ຍິງລາວເປັນເພດທີ່ຖືກກົດຂີ່ຂົ່ມເຫັງຢ່າງແສນສາຫັດກວ່າເພດຊາຍ ເຖິງວ່າແມ່ຍິງລາວ ຈະຖືກກົດຂີ່ຂົ່ມເຫັງປານໃດກໍຕາມ ແຕ່ພວກເພິ່ນກໍຍັງອົດທົນຕໍ່ສູ້ກັບອຸປະສັກ, ສູ້ຊົນໃຫ້ເປັນແມ່ທີ່ດີຂອງລູກ, ຜົວ ແລະ ຂອງຄອບຄົວ ສະນັ້ນ ພາຍຫຼັງສະຖາປະນາ ສປປ ລາວ ຂຶ້ນມາ ເອື້ອຍນ້ອງແມ່ຍິງລາວມີລັດຖະທຳມະນູນ ແລະ ກົດໝາຍຮັບຮອງ ແລະ ຄຸ້ມຄອງ ເຖິງສິດສະເໝີພາບ ຍິງ-ຊາຍ, ໄດ້ປົກປ້ອງແມ່ ແລະ ເດັກ ແລະ ສິດທິອື່ນໆ; ມີຄວາມສະເໝີພາບຢ່າງເຕັມສ່ວນທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ; ມີການສົ່ງເສີມໃຫ້ແມ່ຍິງໄດ້ເຂົ້າເຖິງການສຶກສາ, ເພື່ອເສີມຂະຫຍາຍບົດບາດຂອງແມ່ຍິງລາວ ແລະ ຮັກສາມູນ ເຊື້ອອັນດີງາມ ກໍຄື ຄຸນລັກສະນະທີ່ດີເດັ່ນຂອງແມ່ຍິງລາວ.
ທ່ານ ນາງ ໄຮມະນີ ວົງໜໍ່ແກ້ວ ໄດ້ກ່າວຕື່ມອີກວ່າ ປະທານ ໄກສອນ ພົມວິຫານ ໄດ້ຂະໜານນາມແມ່ຍິງລາວ ໃນກອງປະຊຸມ ຄັ້ງທີ I ແມ່ຍິງລາວທົ່ວປະເທດ ວັນທີ 21-24 ມີນາ 1984 ວ່າ: ແມ່ຍິງລາວມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ມີນໍ້າໃຈປະຢັດສັດທ່ຽງ, ການໃຊ້ຈ່າຍມີການຄິດໄລ່ ຈົ່ງຢອມ, ຮັກສາມູນມັງໄວ້ໃຫ້ລູກເຕົ້າ; ມີຄວາມບໍລິສຸດຜຸດຜ່ອງ, ແພງລູກ, ຮັກຜົວ, ຍອມທົນທຸກ, ທົນຍາກ, ຍອມເສຍສະຫຼະ ເພື່ອຄວາມສຸກຂອງຄອບຄົວ, ລູກ, ຜົວ; ສຶກສາອົບຮົມລູກເຕົ້າຢ່າງໃກ້ຊິດ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ມີນໍ້າໃຈຮັກຊາດແພງເຊື້ອ, ຮັກບ້ານເກີດເມືອງນອນ, ປົກປັກຮັກສາ ແລະ ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງແມ່ຍິງ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງ ແລະ ປະຊາຊົນມອບໝາຍໃຫ້; ມີກິລິຍາມາລະຍາດອ່ອນຫວານ, ຮັກສາມູນມໍລະດົກ ແລະ ອະນຸລັກຮັກສາວັດທະນະທຳອັນດີງາມ ຂອງຊາດ.

(ຂ່າວ-ພາບ: ນາລີວັນ)

