
ເມືອງສະໜາມໄຊ ຈັດພິທີ ປະກາດໂຄງປະກອບການຈັດຕັ້ງ, ບຸກຄະລະກອນ ແລະມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ (ຜູ້ເກົ່າ ແລະ ຜູ້ໃໝ່) ຢ່າງເປັນທາງການ, ໃນວັນທີ 1 ກໍລະກົດ 2026 ນີ້, ທີ່ສະໂມສອນເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ພັທ ຄໍາໂພໄຊ ໄຊຍະເສນາ ກຳມະການພັກແຂວງ ເລຂາພັກເມືອງສະໜາມໄຊ, ມີບັນດາທ່ານການນໍາຂອງເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີທ່ານ ນາງ ພູດອນ ຈູມມະລີຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງສະໜາມໄຊ ໄດ້ຂຶ້ນຜ່ານມະຕິຄະນະປະຈຳສະພາປະຊາຊົນແຂວງ ສະບັບເລກທີ 63/ຄປຈ ລົງວັນທີ 5 ມິຖຸນາ 2026 ວ່າດ້ວຍການຮັບຮອງເອົາໂຄງປະກອບການຈັດຕັ້ງ, ບຸກຄະລາກອນ ສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງ, ໃນນັ້ນປະກອບມີ: ທ່ານ ພັທ ຄໍາໂພໄຊ ໄຊຍະເສນາ ກຳມະການພັກແຂວງ ເລຂາພັກເມືອງສະໜາມໄຊ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຫົວໜ້າຄະນະ, ທ່ານ ຄໍາສີນ ສອນຈັນມາ ກຳມະການພັກເມືອງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຮອງຫົວໜ້າຄະນະ, ທັງເປັນຫົວໜ້າຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ທ່ານ ພົງສະຫວັນ ພົມມະວົງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ, ທ່ານ ພອນໄຊ ອິນທິວົງ ກໍາມະການພັກເມືອງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ, ທ່ານ ນ. ສິ່ງຄໍາ ໂລຫະສານ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ.ຈາກນັ້ນ, ໃນພິທີກໍໄດ້ມີການລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ຄໍາໝັ້ນ ພົມມະແສງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ປະຈໍາເຂດເລືອກຕັ້ງເມືອງ(ຜູ້ເກົ່າ) ແລະ ທ່ານ ພັທ ຄໍາໂພໄຊ ໄຊຍະເສນາ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ Vປະຈໍາເຂດເລືອກຕັ້ງເມືອງ (ຜູ້ໃໝ່) ໂດຍຊ່ອງໜ້າຮອງປະທານສະພາປະຊາຊົນແຂວງ ແລະ ບັນດາທ່ານຜູ້ເຂົ້າຮ່ວມເປັນສັກຂີພິຍານ.ໃນຕອນທ້າຍພິທີ, ທ່ານ ພູວັນ ພົມມະຈັນ ມີທິດຊີ້ນໍາ ແລະ ໂອ້ລົມ ໂດຍໄດ້ຍ້ອງຍໍຊົມເຊີຍຜົນງານຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ຊຸດເກົ່າ ແລະ ເນັ້ນໜັກໃຫ້ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ຊຸດໃໝ່ ເອົາໃຈໃສ່ບາງວຽກງານຈຸດສຸມເປັນຕົ້ນ: ຍົກສູງຄວາມຮັບຜິດຊອບທາງການເມືອງ, ເສີມຂະຫຍາຍຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ, ຮັດແໜ້ນການປະສານສົມທົບ ພົວພັນຮ່ວມມືຢ່າງກົມກຽວກັບອົງການປົກຄອງເມືອງ ເພື່ອຮ່ວມກັນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຫັນປ່ຽນກົນໄກການເຮັດວຽກໃຫ້ມີວິທະຍາສາດ, ວ່ອງໄວ, ໂປ່ງໃສ ແລະ ມີປະສິດທິຜົນສູງ, ໃກ້ຊິດຕິດແທດຮາກຖານ, ຮັບຟັງ ແລະ ນຳເອົາຄວາມມຸ່ງມາດປາດຖະໜາຂອງປະຊາຊົນເມືອງສະໜາມໄຊ ໄປສະເໜີຕໍ່ສະພາປະຊາຊົນແຂວງເພື່ອຄົ້ນຄວ້າແກ້ໄຂໃຫ້ທັນການ.
(ວິນັດ)

