(ສພຊ) – ໃນພິທີປິດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ດຳເນີນມາແຕ່ວັນທີ 6 ກໍລະກົດ 2026 ດ້ວຍຈິດໃຈເຄັ່ງຮ້ອນທີ່ເຕັມໄປດ້ວຍບັນຍາກາດຟົດຟື້ນແຫ່ງການເສີມຂະຫຍາຍສິດປະຊາທິປະໄຕ, ການຍົກສູງຄວາມຮັບຜິດຊອບການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ມາຮອດມື້ນີ້ ໄດ້ບັນລຸຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນສໍາຄັນຈຳນວນໜຶ່ງດັ່ງນີ້:
1) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026. ກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງລັດຖະບານ ໃນການບໍລິຫານ, ບັນຊາ ໂດຍໄດ້ນໍາໃຊ້ທຸກທ່າແຮງ ແລະ ປຸກລະດົມປະຊາຊົນລາວບັນດາເຜົ່າ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນ 6 ເດືອນຕົ້ນປີ 2026 ເຊິ່ງສາມາດເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 5%; ມີການນໍາໃຊ້ເຄື່ອງມືທັນສະໄໝໃນການເກັບລາຍຮັບໄດ້ຕາມແຜນ ແລະ ຄາດຄະເນຈະລື່ນແຜນໃນທ້າຍປີ 2026; ອັດຕາເງິນເຟີ້ມີທ່າອຽງຫຼຸດລົງ, ການແກ້ໄຂຄວາມທຸກຍາກໄດ້ຮັບການເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.
ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ຊຸກຍູ້ການປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ແລະ ສຸມໃສ່ການເກັບລາຍຮັບດ້ວຍການຫັນເປັນທັນສະໄໝທົ່ວປະເທດ ເຂົ້າສູ່ລະບົບເທື່ອລະກ້າວ, ສາມາດເຊື່ອມຕໍ່ກັບທຸກຂະແໜງການ; ໃຫ້ມີນະ ໂຍບາຍການດຶງດູດການລົງທຶນທີ່ຊັດເຈນ, ສືບຕໍ່ເກັບລາຍຮັບງົບປະມານຈາກການຂຸດຄົ້ນ ແລະ ສົ່ງອອກແຮ່ທາດໃຫ້ຄົບຖ້ວນຕາມກົດໝາຍ, ຫຼຸດຜ່ອນການຍົກເວັ້ນ ແລະ ຜ່ອນຜັນພາສີ-ອາກອນ ທີ່ຈະເຮັດໃຫ້ລັດເສຍລາຍຮັບງົບປະມານ; ຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກໃນການເຂົ້າຫາແຫຼ່ງທຶນຂອງທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ມີນະໂຍບາຍໃນການນໍາໃຊ້ລົດໄຟຟ້າ ເພື່ອຫຼຸດຜ່ອນລາຍຈ່າຍໃນການຊື້ພະລັງງານເຊື້ອໄຟ, ສືບຕໍ່ດຳເນີນການປະຕິຮູບລັດວິສາຫະກິດ ໃຫ້ມີຄວາມແຂງແຮງ, ມີຄຸນນະພາບ ແລະ ມີປະສິດທິຜົນ.
ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ການສະໜອງແນວພັນ, ການສົ່ງເສີມຜະລິດສິນຄ້າທີ່ເປັນທ່າແຮງຂອງທ້ອງຖິ່ນ ໃຫ້ສອດຄ່ອງກັບແນວທາງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສົ່ງເສີມພາກເອກະຊົນໃນການຜະລິດຝຸ່ນ, ປຸ໋ຍ ແລະ ອາຫານສັດ ແລະ ມີມາດຕະການຈຳກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນຢ່າງເຂັ້ມງວດ, ປັບປຸງລະບົບຊົນລະປະທານ ເພື່ອສາມາດຮັບໃຊ້ການຜະລິດໃນລະດູແລ້ງ; ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ນໍາໃຊ້ປ່າໄມ້ ເພື່ອໃຫ້ບັນລຸເນື້ອທີ່ປົກຫຸ້ມຂອງປ່າໄມ້ໄດ້ 65% ໃນປີ 2030, ສຸມໃສ່ການຂຶ້ນສຳມະໂນຄົວທີ່ດິນ ເພື່ອສ້າງຖານລາຍຮັບໃໝ່, ມີມາດຕະການສົ່ງເສີມການເກັບລາຍຮັບຈາກອາກອນທີ່ດິນ ດ້ວຍລະບົບທັນສະໄໝ; ມີມາດຕະການເດັດຂາດຕໍ່ການບຸກລຸກທຳລາຍປ່າໄມ້ 3 ປະເພດປ່າ ແລະ ອຸທິຍານແຫ່ງຊາດ, ຕິດຕາມກວດກາໂຄງການໃຫ້ເຊົ່າ ແລະ ສຳປະທານທີ່ດິນຂອງລັດ, ມີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ມີມາດຕະການຢ່າງເຂັ້ມງວດຕໍ່ຜູ້ກະທຳຜິດ ແລະ ລະເມີດກົດໝາຍ.
ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ການສ້ອມແປງເສັ້ນທາງທີ່ເປ່ເພ ໂດຍສະເພາະໃນເຂດຫ່າງໄກສອກຫຼີກຊົນນະບົດ, ເສັ້ນທາງລຽບ ແລະ ອອກສູ່ບໍລິເວນຊາຍແດນ, ທາງຫຼວງແຫ່ງຊາດ, ໂຄງການຟື້ນຟູໄພພິບັດສຸກເສີນ, ໂຄງການການກໍ່ສ້າງຕ້ານເຈື່ອນ, ຄຸ້ມຄອງນໍ້າໜັກລົດບັນທຸກສິນຄ້າຢ່າງເຂັ້ມງວດ, ເດັດຂາດ, ມີມາດຕະການປັບໃໝຕໍ່ຜູ້ປະກອບການທີ່ລະເມີດລະບຽບກົດໝາຍ.
ກອງປະຊຸມສະເໜີໃຫ້ລັດຖະບານປະເມີນການຈັດຕັ້ງປະຕິບັດຄໍາສັ່ງສະບັບເລກທີ 06/ນຍ, ເລກທີ 46/ນຍ ແລະ ຄຳສັ່ງສະບັບເລກທີ 11/ກມສພ ຢ່າງເຂັ້ມງວດ, ເພີ່ມທະວີຄວາມເອົາໃຈໃສ່ຕິດຕາມກວດກາປະເມີນຜົນໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດ ແລະ ມີມາດຕະການເຂັ້ມງວດຕໍ່ບັນດາບໍລິສັດທີ່ບໍ່ປະຕິບັດຕາມສັນຍາ, ລະບຽບກົດໝາຍ ແລະ ບໍ່ໄດ້ມາດຕະຖານ, ໂຄງການມີຄວາມຄືບໜ້າຊ້າ, ບໍ່ມີປະສິດທິຜົນ; ຢຸດຕິໂຄງການປະເພດ C, C+ ແລະ ແຈ້ງໃຫ້ທ້ອງຖິ່ນຮັບຊາບ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ; ສະເໜີໃຫ້ພິຈາລະນາຄືນການຂະຫຍາຍຕາຂ່າຍໄຟຟ້າສູ່ຊົນນະບົດ, ສົ່ງເສີມພະລັງງານທາງເລືອກ ເປັນຕົ້ນ ພະລັງງານລົມ, ແສງຕາເວັນ, ການສະໜອງໄຟຟ້າເພື່ອນໍາໃຊ້ເຂົ້າໃນໂຄງການລົງທຶນ ເພື່ອສາມາດຈັດຕັ້ງປະຕິບັດໂຄງການໄດ້ ແລະ ສາມາດປະຕິບັດພັນທະທາງດ້ານການເງິນໃຫ້ລັດຖະບານ.
ກອງປະຊຸມສະເໜີໃຫ້ລັດຖະບານເພີ່ມທະວີການແກ້ໄຂບັນຫາຄູອາສາສະໝັກ ແລະ ຂາດແຄນຄູ, ການກຳນົດເວລາໃນການປັບປຸງຫຼັກສູດ 6+3+3 ໃຫ້ສາມາດປະຕິບັດໃນສົກຮຽນ 2028-2029; ປັບປຸງຄຸນນະພາບການສຶກສາ, ມີການຈັດສັນໂກຕາລັດຖະກອນໃຫ້ຂະແໜງສຶກສາ ແລະ ສາທາລະນະສຸກ ໃຫ້ຫຼາຍຂຶ້ນ; ຕິດຕາມ, ຊຸກຍູ້ການຈັດສັນງົບປະມານໃຫ້ແກ່ຂົງ ເຂດການສຶກສາ, ສາທາລະນະສຸກ ໃຫ້ສົມກັບຄວາມສໍາຄັນທີ່ພັກ-ລັດໃຫ້ຄວາມເອົາໃຈໃສ່; ສືບຕໍ່ພັດທະນາສີມືແຮງງານດ້ານຕ່າງໆ ໃຫ້ມີຄຸນນະພາບ, ຕອບສະໜອງໄດ້ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ແລະ ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຕອບແທນບຸນຄຸນຕໍ່ບຸກຄົນ ແລະ ຄອບຄົວທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ.
2) ກອງປະຊຸມພິຈາລະນາ ແລະ ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກວາງອອກ. ກອງປະຊຸມເຫັນດີໂດຍພື້ນຖານຕໍ່ການກຳນົດໂຄງຮ່າງວາລະແຫ່ງຊາດສະບັບນີ້, ເວລາການຈັດຕັ້ງປະຕິບັດແຕ່ປີ 2027-2030 ເຊິ່ງສອດຄ່ອງຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ເຫັນດີຕໍ່ການກຳນົດທັດສະນະ, ຫຼັກການ, ຄາດໝາຍ, ທິດທາງ, ວຽກຈຸດສຸມໃຫຍ່ ແລະ ມາດຕະການຈັດຕັ້ງປະຕິບັດ ທີ່ລະອຽດສົມຄວນ.
ກອງປະຊຸມສະເໜີລັດຖະບານເອົາໃຈໃສ່ຕື່ມບາງດ້ານເຊັ່ນ: ຄວນມີງົບປະມານເປັນບ້ວງສະເພາະ, ອາດຈະຄົ້ນຄວ້າບ້ວງເງິນເກີນແຜນຂອງແຕ່ລະແຂວງ ແລະ ການປະກອບສ່ວນຂອງປະຊາຊົນ ແລະ ສັງຄົມ, ມີນະໂຍບາຍດຶງດູດການລົງທຶນໃນຂົງເຂດກະສິກຳ-ອຸດສາຫະກຳປຸງແຕ່ງຢູ່ເຂດຊົນນະບົດຫ່າງໄກສອກຫຼີກ, ອຳນວຍຄວາມສະດວກໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງທຶນ ແລະ ສິນເຊື່ອໄດ້ງ່າຍ, ສະດວກ, ວ່ອງໄວ ແລະ ມີອັດຕາດອກເບ້ຍທີ່ເໝາະສົມ, ມີການຈັດສັນເຂດການຜະລິດ, ເອົາໃຈໃສ່ການອອກໃບຕາດິນ, ມີການແນະນໍາທາງດ້ານເຕັກນິກ, ວິຊາການ ເຂົ້າໃນວຽກງານການປູກ-ການລ້ຽງ; ສ້າງໂຮງງານປຸງແຕ່ງຕິດພັນກັບຕະຫຼາດ; ສ້າງ ແລະ ປັບປຸງສູນທົດລອງ, ສູນສົ່ງເສີມກະສິກຳ; ສ້າງ ແລະ ສ້ອມແປງເສັ້ນທາງທີ່ເປ່ເພ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ; ສະໜອງໄຟຟ້າ, ນໍ້າສະອາດ, ລະບົບໂທລະຄົມ ແລະ ການສື່ສານ ໃຫ້ທົ່ວເຖິງ; ປັບປຸງສະຖານການສຶກສາ ແລະ ສະໜອງອຸປະກອນການຮຽນ-ການສອນ, ມີນະໂຍບາຍແກ່ນັກຮຽນທີ່ຮຽນດີ, ຮຽນເກັ່ງ, ຜູ້ທຸກຍາກ ແລະ ດ້ອຍໂອກາດ; ເອົາໃຈໃສ່ການປັບປຸງສຸກສາລາໃຫ້ດີ, ໃຫ້ມີແພດຊ່ວຍການເກີດລູກ ແລະ ສັກຢາວັກຊີນກັນພະຍາດໃຫ້ທົ່ວເຖິງ; ມີການສ້າງວຽກເຮັດງານທຳຢູ່ຊົນນະບົດໃຫ້ແກ່ຊາວໜຸ່ມ, ສ້າງສູນເຝິກອົບຮົມວິຊາອາຊີບໃຫ້ແກ່ຊາວໜຸ່ມ, ປຸກລະດົມການມີສ່ວນຮ່ວມຂອງລະບົບການເມືອງຂັ້ນຮາກຖານ ເຂົ້າຮ່ວມການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍການຂົນຂວາຍ, ປຸກລະດົມຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ສ້າງຄວາມມຸ່ງໝັ້ນໃນການພັດທະນາຂອງປະຊາຊົນ ເພື່ອສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ.
ເພື່ອບັນລຸເປົ້າໝາຍໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສະເໜີໃຫ້ລັດຖະບານມີກົນໄກປະສານງານກັບ 5 ພາກສ່ວນກ່ຽວຂ້ອງຢ່າງກົມກຽວເຊັ່ນ: ພາກລັດ, ພາກເອກະຊົນຜູ້ປະກອບການ, ພາກສ່ວນທະນາຄານ, ພາກສ່ວນເຕັກໂນໂລຊີ-ວິຊາການ ແລະ ພາກທຸລະກິດ.
3) ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 2 ສະບັບ ໃນນີ້, ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສະບັບສ້າງໃໝ່) ແລະ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ) ເພື່ອໃຫ້ສອດຄ່ອງກັບການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ທັງເປັນການປະກອບສ່ວນສໍາຄັນໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ກອງປະຊຸມມອບໃຫ້ຄະນະຮັບຜິດຊອບ ນໍາເອົາເນື້ອໃນຂອງຮ່າງກົດໝາຍສອງສະບັບ ໄປຮຽບຮຽງໃຫ້ຄົບຖ້ວນສົມບູນ ເພື່ອໄດ້ປະກາດໃຊ້ໂດຍໄວ ແລະ ນຳໄປສູ່ການຈັດຕັ້ງປະຕິບັດໃຫ້ມີປະສິດພາບ ແລະ ປະສິດທິຜົນເປັນຢ່າງດີ.
4) ກອງປະຊຸມໄດ້ຮັບຟັງການຊີ້ແຈງຕໍ່ຄຳຊັກຖາມຂອງທ່ານນາຍົກລັດຖະມົນຕີ ແລະ ບັນດາທ່ານໃນຄະນະລັດຖະບານ ທັງໝົດ 9 ທ່ານ ເຊິ່ງເປັນບັນຫາເຄັ່ງຮ້ອນຂອງສັງຄົມ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ແລະ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.
5) ກອງປະຊຸມໄດ້ມີການປຶກສາຫາລື ແລະ ຮັບຮອງເອົາບັນດາບັນຫາທີ່ສໍາຄັນຂອງຊາດ ທີ່ກ່ຽວຂ້ອງກັບວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ກົດໝາຍສອງສະບັບ ໂດຍມີການຮັບຮອງເອົາ 4 ມະຕິທີ່ກ່ຽວຂ້ອງ ດ້ວຍຄະແນນສູງ 90% ຂຶ້ນໄປ.
ການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ເຂົ້າສູ່ວຽກງານຕົວຈິງ, ແມ່ນໝາກຜົນລວມຍອດສະຕິປັນຍາ, ການໃຊ້ສິດປະຊາທິປະໄຕ ກໍຄືຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການລັດທີ່ກ່ຽວຂ້ອງ ທີ່ມີຄວາມພະຍາຍາມ ແລະ ມີມາດຕະການຕົວຈິງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ຕົກໄປເທື່ອລະກ້າວ, ເພື່ອສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນຕໍ່ການນໍາພາຂອງພັກ ແລະ ລັດເຮົາ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ຮັບຜົນສໍາເລັດຢ່າງຈົບງາມ ກໍຍ້ອນມີການຊີ້ນໍາຢ່າງໃກ້ຊິດຈາກກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ຍ້ອນຄວາມຮັບຜິດຊອບສູງຂອງລັດຖະບານ, ບັນດາກະຊວງ, ອົງການ ແລະ ຂະແໜງການກ່ຽວຂ້ອງ ແລະ ການປະສານງານຢ່າງກົມກຽວລະຫວ່າງລັດຖະບານ ແລະ ສະພາແຫ່ງຊາດ.
ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງບັນດາການນໍາພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາທູຕານຸທູດ ແລະ ການຈັດຕັ້ງສາກົນ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມ ແລະ ຂອບໃຈມາຍັງປະຊາຊົນລາວບັນດາເຜົ່າຢູ່ພາຍໃນປະເທດ ແລະ ຊາວລາວຢູ່ຕ່າງປະເທດ ທີ່ໄດ້ຕິດຕາມກອງປະຊຸມຂອງພວກເຮົາໃນຄັ້ງນີ້ ຢ່າງຈົດຈໍ່ ແລະ ສົ່ງຄຳຄິດເຫັນຜ່ານໂທລະສັບສາຍດ່ວນມາຍັງກອງປະຊຸມຢ່າງຫຼວງຫຼາຍ.
ຂໍສະແດງຄວາມຂອບໃຈຕໍ່ທຸກພາກສ່ວນກ່ຽວຂ້ອງ ທີ່ໄດ້ມີສ່ວນຮ່ວມໃນຜົນສໍາເລັດຂອງກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ເປັນຕົ້ນ ກອງເລຂານຸການກອງປະຊຸມ ທີ່ເອົາໃຈໃສ່ຮັບຜິດຊອບເນື້ອໃນ, ວຽກບໍລິ ຫານ-ພິທີການຮອບດ້ານ ດ້ວຍຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງ; ຂໍຂອບໃຈຕໍ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແພດໝໍ ທີ່ໄດ້ປະກອບສ່ວນເຮັດໃຫ້ກອງປະຊຸມມີຄວາມປອດໄພທຸກປະການ ແລະ ຂອບໃຈຕໍ່ບັນດາສື່ມວນຊົນ ທີ່ໄດ້ເອົາໃຈໃສ່ເຜີຍແຜ່ການດໍາເນີນກອງປະຊຸມສະພາແຫ່ງຊາດ ໃຫ້ສັງຄົມໄດ້ເຂົ້າເຖິງ ແລະ ຕິດຕາມຢ່າງຕໍ່ເນື່ອງ, ທັນເວລາ.
ກອງປະຊຸມມອບໃຫ້ຄະນະປະຈຳສະພາແຫ່ງຊາດ, ບັນດາກຳມາທິການ, ຫ້ອງວ່າການສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດ, ລັດຖະບານ, ອົງການທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດຄັ້ງນີ້ ເຂົ້າໃນການປະຕິບັດວຽກງານຂອງແຕ່ລະພາກສ່ວນ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.
ສຸດທ້າຍນີ້, ຂ້າພະເຈົ້າຕາງໜ້າໃຫ້ຜູ້ແທນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຂໍອວຍພອນໄຊອັນປະເສີດມາຍັງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປລາວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດຄອບຄົວ, ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຊີ້ນໍາ-ນໍາພາປະເທດຊາດ ໃຫ້ມີການພັດທະນາ ກ້າວຂຶ້ນສູ່ຈຸດໝາຍທີ່ພັກເຮົາໄດ້ວາງໄວ້ຢ່າງໜັກແໜ້ນ.
ຂໍອວຍພອນໃຫ້ບັນດາການນໍາຂັ້ນສູງພັກ-ລັດ, ອະດີດການນຳພັກ-ລັດ, ສະມາຊິກສະພາແຫ່ງຊາດ, ສະມາຊິກລັດຖະບານ ຕະຫຼອດຮອດພະນັກງານ, ທະຫານຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງຕົນ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍປະກາດປິດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຢ່າງເປັນທາງການນັບແຕ່ເວລານີ້ເປັນຕົ້ນໄປ.
ສູນທອນພົດປິດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X
