(ສພຊ) – ຕອນບ່າຍວັນທີ 10 ກໍລະກົດນີ້, ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ; ບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງຂອງພັກ-ລັດ, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແລະ ບັນດາທ່ານສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ (ສສຊ) ຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາຜູ້ຊົງຄຸນວຸດທິ, ສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ, ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ ແລະ ແຂກຖືກເຊີນ.
ໃນວາລະສຸດທ້າຍຂອງການປະຊຸມ, ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ຕາງໜ້າໃຫ້ຄະນະຮັບຜິດຊອບຮ່າງກົດໝາຍ ໄດ້ລາຍງານຄືນການປັບປຸງຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສ້າງໃໝ່); ຈາກນັ້ນ, ບັນດາທ່ານ ສສຊ ໄດ້ສຸມໃສ່ປະກອບຄຳເຫັນຕໍ່ການລາຍງານ ແລະ ລົງຄະແນນສຽງຮັບຮອງເອົາດ້ວຍຄະແນນສຽງເຫັນດີເປັນເອກະພາບ.
ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ສະເໜີຮ່າງມະຕິກອງປະຊຸມສະພາແຫ່ງຊາດ ຈຳນວນ 2 ສະບັບ ຄື: ມະຕິຮັບຮອງເອົາບົດລາຍງານຂອງລັດຖະບານ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ແລະ ມະຕິຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ຈາກນັ້ນ, ບັນດາທ່ານ ສສຊ ກໍໄດ້ສຸມໃສ່ປະກອບຄຳເຫັນຕໍ່ 2 ຮ່າງມະຕິ ແລະ ລົງຄະແນນສຽງຮັບຮອງເອົາດ້ວຍຄະແນນສຽງເຫັນດີເປັນເອກະພາບ.
ຕອນທ້າຍກອງປະຊຸມ, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດປິດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງ ສພຊ ຊຸດທີ X ຢ່າງເປັນທາງການ.
(ນາງ ສຸພາວັນ ຫອມສະນິດ)

