
ຕອນບ່າຍຂອງວັນອັງຄານທີ 7 ກໍລະກົດ 2026, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ກໍາມະບານຮາກຖານສະພາປະຊາຊົນແຂວງ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາ 6 ເດືອນຕົ້ນປີ 2026 ຂອງກໍາມະບານຮາກຖານສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງສະຫາຍ ທອງໄຊ ທໍ່ຈົງເລ່ຍຈີ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານກໍາມະບານຮາກຖານສະພາປະຊາຊົນແຂວງ, ມີສະຫາຍ ຄໍາຈັນ ວ່າບົວແສງ ກໍາມະການພັກແຂວງ, ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີຄະນະກໍາມະບານຮາກຖານສະພາປະຊາຊົນແຂວງ ແລະ ສະມາຊິກກໍາມະບານຮາກຖານສະພາປະຊາຊົນແຂວງ ເຂົ້າຮ່ວມ.

ສະຫາຍ ທອງໄຊ ທໍ່ຈົງເລ່ຍຈີ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານກໍາມະບານຮາກຖານສະພາປະຊາຊົນແຂວງ, ໄດ້ຜ່ານແຈ້ງການ ຂອງສະຫະພັນກໍາມະບານແຂວງ ເລກທີ 412/ສກຂ, ລົງວັນທີ 2 ກໍລະກົດ 2026 ເລື່ອງການເກັບເງິນບໍາລຸງສະມາຊິກກໍາມະບານ, ເງິນກອງທຶນປະຈໍາປີ 2026 ແລະ ຫຼັງຈາກນັ້ນ, ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ ປະຈໍາ 6 ເດືອນທ້າຍປີ 2026.



ພ້ອມກັນນັ້ນ, ບັນດາສະຫາຍສະມາຊິກກໍາມະບານຮາກຖານສະພາປະຊາຊົນແຂວງ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ ຢ່າງກົງໄປກົງມາ, ເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ ແລະ ເປັນບ່ອນອີງໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕໍ່ໜ້າ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.