(ສສຊ) – ວາລະກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ກໍລະກົດນີ້, ທ່ານ ອາລຸນໄຊ ສູນນະລາດ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ເຊິ່ງທ່ານສະເໜີໃຫ້ທົບທວນບາງນະໂຍບາຍສຳຄັນ ໂດຍສະເພາະການພັດທະນາພື້ນຖານໂຄງລ່າງດ້ານຂົນສົ່ງ ເຊັ່ນການຂະຫຍາຍລະບົບລົດໄຟ ໄປຍັງເຂດພາກໃຕ້ ເພື່ອຮອງຮັບທ່າແຮງການຜະລິດ ແລະ ການຄ້າຂອງພາກພື້ນ ພ້ອມທັງຊ່ວຍຍົກລະດັບການເຕີບໂຕທາງເສດຖະກິດ; ການປະຕິບັດນະໂຍບາຍຄຸ້ມຄອງການນຳເຂົ້າສິນຄ້າບາງດ້ານ ຍັງຂາດຄວາມເປັນເອກະພາບ, ສະນັ້ນ ຄວນກຳນົດມາດຕະການໃຫ້ຊັດເຈນກວ່າເກົ່າ, ກົນໄກການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ກໍຄວນໄດ້ຮັບການທົບທວນ ແລະ ປັບປຸງ ເພື່ອໃຫ້ການບໍລິຫານລັດມີປະສິດທິພາບສູງຂຶ້ນ; ສຳລັບບັນຫາການບໍລິຫານບຸກຄະລາກອນທີ່ລັດຖະບານໄດ້ສະເໜີມີໂກຕາ 2,500 ຕຳແໜ່ງ, ຄວນແບ່ງໃຫ້ທົ່ວເຖິງ ໂດຍໃຫ້ຄວາມສຳຄັນແກ່ບຸກຄະລາກອນຂະແໜງສາທາລະນະສຸກ ແລະ ຄູອາສາສະໝັກ ທີ່ໄດ້ເສຍສະຫຼະ ແລະ ປະຕິບັດໜ້າທີ່ມາເປັນເວລາຍາວນານ ເພື່ອເປັນຂວັນ ແລະ ກຳລັງໃຈໃນການປະຕິບັດໜ້າທີ່ຮັບໃຊ້ສັງຄົມ.
ສສຊ ຈຳປາສັກ ສະເໜີໃຫ້ຂະຫຍາຍລະບົບລົດໄຟໄປພາກໃຕ້
