(ສພຊ) – ໃນພິທີເປີດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດເປີດກອງປະຊຸມວ່າ: ມື້ນີ້, ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂຄງການການເມືອງສະບັບທີ 3, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 3 ສະໄໝທີ XII ເຂົ້າໃນທຸກຂົງເຂດວຽກງານ ແລະ ພວມກະກຽມສະເຫຼີມສະຫຼອງວັນລັດຖະທຳມະນູນ ຄົບຮອບ 35 ປີ ຢ່າງເປັນຂະບວນຟົດຟື້ນ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ກອງປະຊຸມມີຄວາມພາກພູມໃຈ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຂໍສະແດງຄວາມຂໍ່ານັບຊົມເຊີຍຢ່າງສຸດອົກສຸດໃຈ; ຂໍສະແດງຄວາມຂໍ່ານັບຊົມເຊີຍ ແລະ ຍິນດີຕ້ອນຮັບບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາທ່ານສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາຜູ້ຊົງຄຸນວຸດທິ, ສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ, ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ຢ່າງສຸດໃຈ; ຂໍສະແດງຄວາມຊົມເຊີຍມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ໄດ້ມາເຂົ້າຮ່ວມກອງປະຊຸມຄັ້ງນີ້ຢ່າງພ້ອມພຽງ.
ໃນຕົ້ນປີ 2026, ສປປລາວ ໄດ້ມີຫຼາຍເຫດການສໍາຄັນ: ພັກປະຊາຊົນປະຕິວັດລາວ ໄດ້ສຳເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ແລະ ໄດ້ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ດ້ວຍຜົນສໍາເລັດອັນຈົບງາມ ກ້າວໄປເຖິງການດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ໃນທ້າຍເດືອນມີນາຜ່ານມາ ດ້ວຍການພິຈາລະນາຮັບຮອງເອົາການເລືອກຕັ້ງການນໍາຊຸດໃໝ່ຂອງສະພາແຫ່ງຊາດ, ລັດຖະບານ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ; ຮອງຮັບເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ທິດທາງແຜນການວຽກງານ 5 ປີ ຂອງອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ ທັງໄດ້ມີການຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍ ໄລຍະ 5 ປີຕໍ່ໜ້າ ແລະ ວຽກງານການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ X.
ພັກ, ລັດ ສປປລາວ ຍາມໃດກໍຖືການພັດທະນາເສດຖະກິດເປັນໃຈກາງ, ຖືສໍາຄັນການຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ ເພື່ອສາມາດນໍາເອົາປະເທດເຮົາອອກສູ່ສະພາບດ້ອຍພັດທະນາໃນປີ 2026 ນີ້.
ດ້ວຍຄວາມມຸ່ງໝັ້ນໃນການພັດທະນາປະເທດເຮົາ ໃຫ້ມີຄວາມໜັກແໜ້ນຕາມທິດປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງ, ເຂັ້ມແຂງ, ສັງຄົມມີປະຊາທິປະໄຕ, ສາມັກຄີປອງດອງ, ຍຸຕິທໍາ ແລະ ສີວິໄລ ແລະ ຕາມຄາດໝາຍສູ້ຊົນທີ່ໄດ້ລະບຸໃນໂຄງການການເມືອງສະບັບທີ 3 ທີ່ລະບຸໄວ້ວ່າ: ຮອດປີ 2055 ປະເທດເຮົາ ເປັນປະເທດມີລາຍຮັບປານກາງຫາສູງ ແລະ ສ້າງລັດປະຊາທິປະໄຕປະຊາຊົນ ປົກຄອງດ້ວຍກົດໝາາຍ; ບົນພື້ນຖານຈິດໃຈດັ່ງກ່າວ ແລະ ໂດຍສືບຕໍ່ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ດໍາເນີນມາແຕ່ປີ 2021-2025 ຜ່ານມານັ້ນ, ພັກ, ລັດຖະບານ ຈຶ່ງໄດ້ສະເໜີໃຫ້ມີການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຊິ່ງເປັນເປົ້າໝາຍຕົ້ນຕໍຂອງກອງປະຊຸມສະໄໝວິສາມັນເທື່ອທີ 1 ໃນຄັ້ງນີ້.
ການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນຄັ້ງນີ້ ດ້ານໜຶ່ງກໍເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍສະພາແຫ່ງຊາດ, ອີກດ້ານໜຶ່ງ ກໍເປັນຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງສະພາແຫ່ງຊາດ ຂອງລັດຖະບານ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ໂດຍສະເພາະແມ່ນມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ໃຫ້ເປັນອັນລະອຽດ ເຊິ່ງສະແດງອອກໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ເພື່ອສືບຕໍ່ສ້າງໃຫ້ປະເທດເຮົາມີການພັດທະນາຕາມທິດສີຂຽວ ແລະ ຍືນຍົງ ແລະ ສູ້ຊົນໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ມີປະສິດທິພາບປະສິທິຜົນສູງຂຶ້ນເລື້ອຍໆ.
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ດັ່ງນີ້:
1. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026;
2. ພິຈາລະນາ ແລະ ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ;
3. ພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 2 ສະບັບ ຄື: (1) ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສະບັບສ້າງໃໝ່), (2) ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ).
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນຫາທີ່ສໍາຄັນ, ຈຳເປັນ ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ. ສະນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາເຫັນຢ່າງມີປະຊາທິປະໄຕ ແລະ ກົງໄປກົງມາ, ສ້າງສັນ ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ກ້າວໄປເຖິງການຕົກລົງ ແລະ ຮັບຮອງບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ຮຽກຮ້ອງມາຍັງສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ຕາມວະລາທີ່ໄດ້ກຳນົດໄວ້, ພ້ອມທັງຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າ ຈົ່ງໄດ້ຕິດຕາມການດໍາເນີນກອງປະຊຸມໂດຍຜ່ານພາຫະນະສື່ມວນຊົນ.
ນະໂອກາດທີ່ມີຄວາມໝາຍສໍາຄັນນີ້, ໃນນາມປະທານກອງປະຊຸມ, ຂ້າພະເຈົ້າ ຂໍປະກາດເປີດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ນັບແຕ່ເວລານີ້ເປັນຕົ້ນໄປ.

