(ສພຊ) – ວັນທີ 24 ມິຖຸນາ 2026, ຄະນະຜູ້ແທນສະພາແຫ່ງຊາດລາວ ນໍາໂດຍທ່ານ ໂພສີ ເຕັມເມລາດ ຮອງປະທານກໍາມາທິການການຕ່າງປະເທດ ພ້ອມດ້ວຍທ່ານ ສາຍທອງ ພົມມະວົງ ສະມາຊິກສະພາແຫ່ງຊາດປະຈໍາກໍາມາທິການເສດຖະກິດ-ການເງິນ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມທາງໄກຂອງສະພາທີ່ປຶກສາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ (AIPACODD) ຄັ້ງທີ 9 ພາຍໃຕ້ການເປັນປະທານຂອງທ່ານ ເຊມ ວິດຢາ (Chem Widhya) ເລຂາທິການໃຫຍ່ AIPA ແລະ ທ່ານ ເຟົາສຕິໂນ “ໂບຈີ” ຈີ. ດີ ທີ ສາມ (Faustino “Bojie” G. Dy III) ປະທານ AIPA ແລະ ປະທານສະພາຜູ້ແທນປະຊາຊົນ ແຫ່ງສາທາລະນະລັດຟີລິບປິນ ໂດຍມີຄະນະຜູ້ແທນ 9 ປະເທດ ຈາກບັນດາປະເທດສະມາຊິກ ຈຳນວນ 36 ທ່ານ, ແຂກຖືກເຊີນຈາກປະເທດເຈົ້າພາບ 4 ທ່ານ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຕ່ລະປະເທດ ເຂົ້າຮ່ວມ; ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນພາຍໃຕ້ຫົວຂໍ້ “ການເສີມສ້າງການຮ່ວມມືລັດຖະສະພາອາຊຽນ ເພື່ອຕອບໂຕ້ກັບການລວມຕົວຂອງການຄ້າຢາເສບຕິດ ແລະ ອາຊະຍາກໍາທີ່ກ່ຽວຂ້ອງອື່ນໆ.

ທ່ານ ໂພສີ ເຕັມເມລາດ ໄດ້ສະແດງຄວາມຊົມເຊີຍຕໍ່ສະພາຜູ້ແທນປະຊາຊົນຟີລິບປິນ ໃນການເປັນປະທານ AIPA ແລະ ເປັນເຈົ້າພາບກອງປະຊຸມ AIPACODD. ທ່ານໄດ້ມີຄໍາເຫັນພາຍໃຕ້ຫົວຂໍ້ດັ່ງກ່າວ ໂດຍເນັ້ນໃຫ້ເຫັນວ່າ ສປປລາວ ຢຶດໝັ້ນຕໍ່ພັນທະໃນສົນທິສັນຍາຂອງອົງການສະຫະປະຊາຊາດ ວ່າດ້ວຍການຄວບຄຸມຢາ ເສບຕິດ ທັງ 3 ສະບັບ ແລະ ວິໄສທັດຂອງອາຊຽນ “ອາຊຽນທີ່ປອດໄພຈາກຢາເສບຕິດ”; ພ້ອມນັ້ນ, ຍັງໄດ້ກ່າວວ່າ ສະພາແຫ່ງຊາດ ສປປລາວ ພ້ອມທີ່ຈະເສີມຂະຫຍາຍການຮ່ວມມືລະຫວ່າງ AIPA ຜ່ານການແລກປ່ຽນແນວທາງປະຕິບັດທີ່ດີດ້ານນິຕິບັນຍັດ ແລະ ການສົ່ງເສີມການປະຕິບັດໜ້າທີ່ຮ່ວມກັນ ເພື່ອຕອບສະໜອງຕໍ່ການເຊື່ອມໂຍງທີ່ເພີ່ມຂຶ້ນລະຫວ່າງການຄ້າຢາເສບຕິດກັບອາຊະຍາກໍາຂ້າມຊາດ ລວມເຖິງການຟອກເງິນ, ອາຊະຍາກໍາທາງໄຊເບີ ແລະ ການໝູນວຽນເງິນທີ່ຜິດກົດໝາຍ.

ຕອນບ່າຍວັນດຽວກັນ, ທ່ານ ສາຍທອງ ພົມມະວົງ ໄດ້ນໍາສະເໜີບົດລາຍງານຄວາມຄືບໜ້າຂອງສະພາບຢາເສບຕິດ ແລະ ອາຊະຍາກໍາ ຢູ່ ສປປລາວ ໂດຍຊີ້ໃຫ້ເຫັນເຖິງຄວາມພະຍາຍາມໃນການສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການຄວບຄຸມຢາເສບຕິດ ແລະ ສານເຄມີທີ່ໃຊ້ເປັນວັດຖຸດິບຕັ້ງຕົ້ນ (2021-2025) ເຊິ່ງໄດ້ຂະຫຍາຍເວລາຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 110/ສພຊ; ທ່ານຍັງເນັ້ນໜັກວ່າ ສປປລາວ ຖືເອົາການຄວບຄຸມຢາເສບຕິດທີ່ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ, ການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ໂດຍສະເພາະໃນຂະແໜງການຍຸຕິທໍາ ແລະ ການບັງຄັບໃຊ້ກົດໝາຍ ເຊິ່ງສະທ້ອນໃຫ້ເຫັນເຖິງວິທີການ “ໃນທົ່ວລັດຖະບານ” ແລະ “ທົ່ວສັງຄົມ”.
ໃນຕອນທ້າຍ, ຄະນະຜູ້ແທນຍັງໄດ້ຮ່ວມກັນລົງນາມເພື່ອຮັບຮອງເອົາບົດລາຍງານກອງປະຊຸມ AIPACODD ເພື່ອສືບຕໍ່ເສີມສ້າງສັນຕິພາບ, ຄວາມສາມັກຄີໃນພາກພື້ນ ແລະ ການຮ່ວມມືກັນຢ່າງໃກ້ຊິດ ໃນການແກ້ໄຂບັນຫາຢາເສບຕິດ ແລະ ການຮັບຮອງເປັນເຈົ້າພາບຄັ້ງຕໍ່ໄປ ໂດຍແມ່ນປະເທດສິງກະໂປ ໃນປີ 2027.

