
ພິທິ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ, ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນພະຫັດທີ 2 ກໍລະກົດ 2026 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງສະຫາຍ ຄໍາຈັນ ວ່າບົວແສງ ກໍາມະການພັກແຂວງ, ເລຂາໜ່ວຍພັກຮາກຖານສະພາປະຊາຊົນແຂວງ; ມີສະຫາຍ ທອງຄານ ວັດສະດາກອນ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ; ມີບັນດາສະຫາຍຄະນະໜ່ວຍພັກ ແລະ ສະມາຊິກພັກພາຍໃນໜ່ວຍພັກຮາກຖານສະພາປະຊາຊົນແຂວງ ເຂົ້າຮ່ວມ.




ຄະນະຈັດຕັ້ງພິທີ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 320/ຄປພຂ, ລົງວັນທີ 15 ມິຖຸນາ 2026 ວ່າດ້ວຍ ການອະນຸມັດຮັບເອົາມະກາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຈໍານວນ 1 ສະຫາຍ ແລະ ຫລັງຈາກນັ້ນ, ໄດ້ຈັດພິທີຮັບເອົາຢ່າງເປັນທາງການ ຕາມລະບຽບການ.


ປະຕິບັດຕາມວາລະ, ຕາງໜ້າຄະນະໜ່ວຍພັກ, ໄດ້ຜ່ານຮ່າງມະຕິ ວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນໍາລວມ, ບັນດາອະນຸກໍາມະການຕ່າງໆ ໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກຮາກຖານສະພາປະຊາຊົນແຂວງ; ຜ່ານຮ່າງບົດສໍາສະຫຼຸບ ການນໍາພາ-ຊີ້ນໍາ ຂອງໜ່ວຍພັກຮາກຖານສະພາປະຊາຊົນແຂວງ ປະຈໍາເດືອນ ມິຖຸນາ ແລະ ວາງທິດທາງແຜນການ ປະຈໍາເດືອນ ກໍລະກົດ 2026.

ພ້ອມນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງເນື້ອໃນດັ່ງກ່າວຢ່າງເລິກເຊິ່ງ ແລະ ກົງໄປກົງມາ, ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນສົມບູນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ພ້ອມທັງໄດ້ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ພາຍໃນໜ່ວຍພັກຮາກຖານ ຕື່ມອີກ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.