ຜົນສຳເລັດກອງປະຊຸມໃຫຍ່ສະມາຊິກພັກຂອງໜ່ວຍພັກຮາກຖານ ກປຊສ ຄັ້ງທີ V

ກ.ກ. 1, 2026

(ສພຊ) – ກອງປະຊຸມໃຫຍ່ໜ່ວຍພັກຮາກຖານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ກປຊສ) ຄັ້ງທີ V ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍວັນ​ທີ 25 ມິຖຸນາ 2026 ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ພົຈວ. ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ, ເລຂາໜ່ວຍພັກຮາກຖານ, ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເຂົ້າຮ່ວມ ແລະ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໂດຍສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສະພາແຫ່ງຊາດ, ມີສະມາຊິກພັກທີ່ເປັນຜູ້ແທນກອງປະຊຸມໃຫຍ່ ແລະ ແຂກຖືກເຊີນ ເຂົ້າຮ່ວມທັງໝົດ 37 ສະຫາຍ, ຍິງ 9 ສະຫາຍ.
ກອງ​ປະຊຸມໃຫຍ່ໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ບົນພື້ນຖານຄວາມສາມັກຄີເປັນເອກະພາບ ແລະ ຄວາມຮັບຜິດຊອບສູງ ໃນການຄົ້ນຄວ້າ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ຕໍ່ຮ່າງລາຍງານການເມືອງຂອງຄະນະໜ່ວຍພັກຮາກຖານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະໄໝທີ IV ທີ່ໄດ້ຕີລາຄາຄືນບັນດາຜົນສຳເລັດທີ່ບັນລຸໄດ້ໃນ 5​ ປີຜ່ານມາ; ໄດ້ຮັບຮອງບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກຮາກຖານ ກປຊສ ສະໄໝທີ IV ໂດຍຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງໜ້າ, ຄວາມເປັນເຈົ້າການປະດິດສ້າງ ແລະ ການສູ້ຊົນນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແລະ ຄັ້ງທີ XII ຂອງພັກ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະບໍລິຫານພັກສະພາແຫ່ງຊາດ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກຮາກຖານ ກປຊສ ໄດ້ຮັບຜົນສໍາເລັດອັນສໍາຄັນໃນຫຼາຍດ້ານ ແລະ ບາງດ້ານກໍລື່ນຄາດໝາຍ.
ໃນກອງປະຊຸມໃຫຍ່, ຜູ້ແທນຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຮາກຖານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ​ຊຸດ​ໃໝ່ (ສະໄໝທີ V) ຕາມ​ມາດຕະຖານ-​ເງື່ອນ​ໄຂທີ່​ກຳນົດ​ໄວ້ ເຊິ່ງມີ​ຜູ້ສະໝັກ​ຮັບ​ເລືອກ​ຕັ້ງ 7 ສະຫາຍ​ ແລະ ​ເລືອກ​ໄດ້ຄະນະພັກຊຸດໃໝ່ຈຳນວນ 5 ​ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນເລືອກເອົາສະຫາຍ ພົຈວ. ສຸລິໄຊ ພິຈິດ ເປັນເລຂາໜ່ວຍພັກຮາກຖານ, ສະຫາຍ ພົຈວ. ຄໍາແຝງ ວັນດີໄຊ ເປັນຮອງເລຂາໜ່ວຍພັກຮາກຖານ ແລະ ສະຫາຍ ພົຈວ. ແສງທອງ ທໍາມະເທວາ ເປັນປະທານກວດກາຂອງໜ່ວຍພັກຮາກຖານ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 13 ສະຫາຍ ແລະ ຜູ້ແທນສຳຮອງ 2 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ ເຊິ່ງຈະເປີດຂຶ້ນໃນຕໍ່ໜ້າ.
ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ, ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຮອບດ້ານທີ່ໜ່ວຍພັກຍາດມາໄດ້ໃນໄລຍະ 5 ປີຜ່ານມາ ໂດຍສະແດງອອກໃນວຽກງານການເມືອງ-ແນວຄິດ, ການກໍ່ສ້າງພັກ, ການປັບປຸງກົງຈັກການຈັດຕັ້ງ, ການຊີ້ນຳນຳພາວຽກງານວິຊາສະເພາະ ແລະ ອົງການຈັດຕັ້ງມະຫາຊົນ. ສະຫາຍຮອງເລຂາຄະນະພັກ, ຮອງປະທານສະພາແຫ່ງຊາດ ຍັງໄດ້ມີຄໍາເຫັນເນັ້ນຕື່ມບາງດ້ານເພື່ອປະຕິບັດໜ້າທີ່ທິດທາງໃນຕໍ່ໜ້າຂອງໜ່ວຍພັກ ຄື: ເພີ່ມທະວີວຽກງານສຶກສາອົບຮົມແນວຄິດການເມືອງ ດ້ວຍຫຼາຍຮູບການ, ຕິດ​ພັນ​ກັບ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ; ​ເຊື່ອມ​ຊຶມກຳ​ແໜ້ນບັນດາ​ແນວ​ທາງ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຂໍ້​ກຳ​ນົດ, ກົດ​ລະບຽບ​ຂອງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກພາຍໃນກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ຢຶດໝັ້ນ​ຕໍ່ອຸດົມ​ການ​ສັງຄົມ​ນິຍົມ, ມີຫຼັກໝັ້ນຊົນຊັ້ນໜັກ​ແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ການປະຕິວັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນຢ່າງບໍ່ມີເງື່ອນໄຂ; ສືບຕໍ່ເພີ່ມທະວີການນໍາພາ-ຊີ້ນໍາປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ ໃນເງື່ອນໄຂສະພາບການໃໝ່ ໃຫ້ເລິກເຊິ່ງເຖິງຖອງ, ກວ້າງຂວາງ ແລະ ເຂັ້ມງວດຂຶ້ນກວ່າເກົ່າ; ປະສານສົມທົບແໜ້ນກັບກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເພື່ອຊຸກຍູ້ການປະຕິບັດຍຸດທະສາດຫັນກຳລັງລົງກໍ່ສ້າງຮາກຖານ​ໃຫ້​ແຂງ​ແຮງ​ກວ່າ​ເກົ່າ; ສືບ​ຕໍ່ປັບປຸງກໍ່ສ້າງພະນັກງານສືບທອດປ່ຽນແທນ ຖືເປັນບັນຫາປັດໄຈຕັດສິນ, ອັນສໍາຄັນ ສຸມໃສ່ປັບປຸງດ້ານແບບແຜນວິທີເຮັດວຽກ; ເພີ່ມທະວີການປະສານງານພາຍໃນສະພາແຫ່ງຊາດ; ສູ້ຊົນໃຫ້ພະນັກງານສະມາຊິກພັກພາຍໃນກຳມາທິການ ສືບຕໍ່ມີຄວາມອຸ່ນອຽນທຸ່ນທ່ຽງ, ຮັກສາໄດ້ຄວາມສະຫງົບປອດໄພໃນຖັນແຖວພະນັກງານ; ເຊີດຊູບົດບາດການນໍາພາຂອງພັກໃຫ້ສູງຂຶ້ນ ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງສະພາແຫ່ງຊາດ, ໂດຍສະເພາະແມ່ນການກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ ໃນຕໍ່ໜ້າ.