ປະທານສະພາແຫ່ງຊາດ ຢ້ຽມຢາມໂຮງງານກັ່ນຫຼອມ ວັດຖຸມີຄ່າ ລາວ-ສາກົນ ແລະ ທະນາຄານຄໍາລາວ

ມ.ຖ. 25, 2026

(ສພຊ) – ວັນທີ 18 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຢ້ຽມຢາມໂຮງງານກັ່ນຫຼອມ ວັດຖຸມີຄ່າ ລາວ-ສາກົນ ແລະ ທະນາຄານຄໍາລາວ; ໂດຍມີທ່ານ ຈັນທອນ ສິດທິໄຊ ປະທານ ແລະ ຜູ້ກໍ່ຕັ້ງໂຮງງານກັ່ນຫຼອມ ວັດຖຸມີຄ່າ ລາວ-ສາກົນ ພ້ອມດ້ວຍຄະນະຜູ້ບໍລິຫານ ໃຫ້ການຕ້ອນຮັບ.
ໃນການເຄື່ອນໄຫວຄັ້ງນີ້, ທ່ານ ຈັນທອນ ສິດທິໄຊ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຄວາມເປັນມາ ແລະ ວິໄສທັດຍຸດທະສາດໃນການພັດທະນາ ແລະ ສ້າງຕັ້ງໂຮງງານກັ່ນຫຼອມ ວັດຖຸມີຄ່າ ລາວ-ສາກົນ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ ຜ່ານມາ ປະເທດລາວ ໄດ້ສົ່ງອອກແຮ່ຄໍາໃນຮູບແບບວັດຖຸດິບໄປກັ່ນຫຼອມຢູ່ຕ່າງປະເທດ ຈຶ່ງໄດ້ເຮັດໃຫ້ເກີດການສູນເສຍໂອກາດ ແລະ ຜົນປະໂຫຍດທາງດ້ານເສດຖະກິດຢ່າງຫຼວງຫຼາຍ ທີ່ ສປປລາວ ຄວນໄດ້ຮັບ; ການສ້າງຕັ້ງໂຮງງານກັ່ນຫຼອມ ວັດຖຸມີຄ່າ ລາວ-ສາກົນ ຖືເປັນບາດກ້າວອັນສໍາຄັນຕໍ່ການປະກອບສ່ວນຈັດຕັ້ງຜັນຂະຫຍາຍຄວາມຕັ້ງໃຈຂອງພັກ ແລະ ລັດຖະບານ ໃນການສ້າງສາພັດທະນາລະບົບນິເວດຂອງອຸດສາຫະກຳຄໍາລາວ ໃຫ້ໄດ້ມາດຕະຖານສາກົນ, ຍົກລະດັບອຸດສາຫະກຳແຮ່ທາດ ກໍຄືຄໍາທີ່ເປັນຊັບພະຍາກອນທຳມະຊາດອັນອຸດົມສົມບູນ ແລະ ມີທ່າແຮງບົ່ມຊ້ອນຂອງປະເທດ ໃຫ້ເກີດການຕໍ່ຍອດເພີ່ມພູນມູນຄ່າຢ່າງເຕັມສ່ວນ. ທ່ານ ຈັນທອນ ສິດທິໄຊ ຍັງກ່າວຕື່ມວ່າ ໂຮງງານກັ່ນຫຼອມ ວັດຖຸມີຄ່າ ລາວ-ສາກົນ ມຸ່ງໝັ້ນຢ່າງແຮງກ້າໃນການຍົກລະດັບການປະຕິບັດງານໃຫ້ສອດຄ່ອງກັບມາດຕະຖານສາກົນຂອງສະມາຄົມຕະຫຼາດຄໍາແຫ່ງລອນດອນ ກໍຄື LBMA ດ້ວຍການນໍາໃຊ້ນະວັດຕະກຳເຕັກໂນໂລຊີຂັ້ນສູງ ທີ່ປະກອບດ້ວຍຫ້ອງທົດລອງວິເຄາະ ແລະ ເຄື່ອງຈັກອຸປະກອນລະບົບອັດຕະໂນມັດທີ່ທັນສະໄໝ, ມີຄວາມແມ່ນຍໍາສູງ, ຮັບປະກັນການຜະລິດທີ່ສະອາດ ປາສະຈາກການທໍາລາຍທຳມະຊາດ ແລະ ເປັນມິດກັບສິ່ງແວດລ້ອມ; ການຢຶດໝັ້ນໃນມາດຕະຖານ LBMA ບໍ່ພຽງເປັນການຢັ້ງຢືນເຖິງຄຸນນະພາບຄວາມບໍລິສຸດຂອງໂລຫະມີຄ່າເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມເຊື່ອໝັ້ນ ແລະ ຍົກລະດັບຄວາມສາມາດໃນການແຂ່ງຂັນຂອງຜະລິດຕະພັນຈາກ ສປປລາວ ໃຫ້ກ້າວສູ່ເວທີການຄ້າສາກົນ ທີ່ທົ່ວໂລກຍອມຮັບ ແລະ ຊື້-ຂາຍແລກປ່ຽນໝູນວຽນໃນຕະຫຼາດຄໍາໂລກໄດ້.
ຈາກນັ້ນ, ຄະນະໄດ້ຢ້ຽມຊົມພື້ນທີ່ການຜະລິດຂອງໂຮງງານກັ່ນຫຼອມ ວັດຖຸມີຄ່າ ລາວ-ສາກົນ.
ໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຮູ້ສຶກດີໃຈທີ່ໄດ້ມາຢ້ຽມຢາມໂຮງງານກັ່ນຫຼອມ ວັດຖຸມີຄ່າ ລາວ-ສາກົນ ແຫ່ງນີ້ ເຊິ່ງເປັນໂຮງງາານກັ່ນຫຼອມຄໍາແຫ່ງທໍາອິດ ແລະ ແຫ່ງດຽວໃນ ສປປລາວ ທີ່ໄດ້ມາດຕະຖານສາກົນ; ພ້ອມນັ້ນ, ກໍຍັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ກັບຄວາມມຸ່ງໝັ້ນ ແລະ ຄວາມພະຍາຍາມຂອງຄະນະຜູ້ບໍລິຫານ ທີ່ໄດ້ສ້າງຕັ້ງໂຮງງານກັ່ນຫຼອມທີ່ມີມາດຕະຖານສູງ ແລະ ເປົ້າໝາຍທີ່ຊັດເຈນໃນການກ້າວສູ່ມາດຕະຖານໂລກ ເຊິ່ງຖືເປັນບາດກ້າວທີ່ຖືກຕ້ອງ ແລະ ເປັນຍຸດທະສາດທີ່ສໍາຄັນຂອງຊາດ ໃນການຫັນປ່ຽນຈາກການສົ່ງອອກແຮ່ທາດແບບດິບ ມາເປັນການປຸງແຕ່ງເພື່ອສ້າງມູນຄ່າເພີ່ມໃຫ້ແກ່ຊັບພະຍາກອນພາຍໃນປະເທດຢ່າງຍືນຍົງ.
ໃນວັນດຽວກັນ, ຄະນະຍັງໄດ້ໄປຢ້ຽມຢາມທະນາຄານຄຳລາວ ເຊິ່ງໄດ້ຮັບການຕ້ອນຮັບຈາກທ່ານປະທານ, ຮອງປະທານ ບໍລິສັດ ພີທີແອວ ໂຮນດິງ ຈໍາກັດ ແລະ ໄດ້ຮັບຟັງການສະເໜີ, ລາຍງານໂດຍຫຍໍ້ຂອງທະນາຄານຄຳລາວອີກດ້ວຍ.