ທາບທາມຄຳເຫັນໃສ່ຮ່າງກົດໝາຍແຮ່ທາດ

ມ.ຖ. 23, 2026

(ສພຊ) -​ ກົມທໍລະນີສາດ ແລະ ບໍ່ແຮ່, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມເປີດກວ້າງທາບທາມຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍແຮ່ທາດ ສະບັບປັບປຸງ ໃນວັນທີ 22-23 ມິຖຸນານີ້ ທີ່ໂຮງແຮມ ຮໍລິເດ ອິນ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີບັນດາປະທານ-ຮອງປະທານສະພາປະຊາຊົນ ແລະ ຫົວໜ້າພະແນກ ອຄ ແຂວງ-ນະຄອນຫຼວງ; ຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ ຈາກບັນດາກະຊວງທີ່ກ່ຽວຂ້ອງ ພ້ອມດ້ວຍປະທານ ແລະ ຜູ້ອຳນວຍການບໍລິສັດທີ່ດຳເນີນກິດຈະການດ້ານແຮ່ທາດ ແລະ ບໍ່ແຮ່ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ ແມ່ນເພື່ອເປີດກວ້າງຮັບຟັງການປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນຈາກທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ເຂົ້າໃສ່ການປັບປຸງເນື້ອໃນກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ 31/ສພຊ, ລົງວັນທີ 3 ພະຈິກ 2017 ເພື່ອໃຫ້ມີຄວາມສົມບູນ, ຄົບຖ້ວນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງສຸດ.
ທໍລະນີສາດ ແລະ ບໍ່ແຮ່ ຖືເປັນຂະແໜງການທີ່ມີບົດບາດສໍາຄັນຍຸດທະສາດໃນການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ຂຸດຄົ້ນແຫຼ່ງລາຍຮັບເຂົ້າງົບປະມານແຫ່ງລັດ ເພື່ອເປັນທຶນຮອນໃນການພັດທະນາປະເທດຊາດ. ໄລຍະຜ່ານມາ, ກົດໝາຍວ່າດ້ວຍແຮ່ທາດ ແມ່ນເຄື່ອງມື ແລະ ບ່ອນອີງອັນສໍາຄັນໃນການຄຸ້ມຄອງ; ເຖິງຢ່າງໃດກໍຕາມ, ໃນທ່າມກາງການຂະຫຍາຍຕົວຂອງຂະແໜງການນີ້ ກໍຍັງມີປາກົດການຫຍໍ້ທໍ້ເກີດຂຶ້ນ ເຊິ່ງສ້າງຄວາມເສຍຫາຍຕໍ່ຊັບພະຍາກອນແຮ່ທາດ, ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ. ເພື່ອຫຼຸດຜ່ອນຜົນກະທົບ ແລະ ແກ້ໄຂບັນຫາຫຍໍ້ທໍ້ດັ່ງກ່າວ, ລັດຖະບານ ຈຶ່ງໄດ້ຊີ້ນຳໃຫ້ມີການທົບທວນ ແລະ ປັບປຸງກົດໝາຍສະບັບນີ້ ໃຫ້ສອດຄ່ອງກັບສະພາບການພັດທະນາໃນປັດຈຸບັນ ແລະ ຍົກສູງບົດບາດການຄຸ້ມຄອງຂອງລັດໃຫ້ມີຄວາມເຂັ້ມງວດຂຶ້ນ.
ຜ່ານການເປັນເຈົ້າການຂອງກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ, ປັດຈຸບັນ ການຄົ້ນຄວ້າປັບປຸງຮ່າງກົດໝາຍດັ່ງກ່າວ ແມ່ນສໍາເລັດໃນຂັ້ນພື້ນຖານ; ກອງປະຊຸມທາບທາມຄຳເຫັນໃນຄັ້ງນີ້ ເປັນໂອກາດອັນດີໃຫ້ແກ່ຄະນະຮັບຜິດຊອບ ໄດ້ລາຍງານລາຍລະອຽດເນື້ອໃນ ພ້ອມທັງເປີດຮັບເອົາຄຳເຫັນອັນເປັນປະໂຫຍດຈາກຜູ້ເຂົ້າຮ່ວມ ເພື່ອເຮັດໃຫ້ກົດໝາຍສະບັບປັບປຸງນີ້ ມີຄວາມຮັດກຸມ ແລະ ເປັນບ່ອນອີງທີ່ໜັກແໜ້ນໃຫ້ແກ່ການພັດທະນາຂະແໜງບໍ່ແຮ່ແບບຍືນຍົງໃນອະນາຄົດ.

(ເພຈ: ຂ່າວສານອຸດສາຫະກຳ ແລະ ການຄ້າ – Ministry of Industry and Commerce)