
ສພຂ ອັດຕະປື: ໃນວັນທີ 19 ມິຖຸນາ 2026, ຢູ່ທີ່ສະໂມສອນກອງບັນຊາການ ປກສ ເມືອງຊານໄຊ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງອັດຕະປື ຊຸດທີ V ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ. ໂດຍການເຂົ້າຮ່ວມ ແລະ ເຜີຍແຜ່ຂອງທ່ານ ຫັດສະໄນ ສີບຸນເຫຼືອງ ເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງຊານໄຊ ແລະ ທ່ານ ພັ.ອ ບຸນເລີດ ແກ້ວພຸດທະວົງ ຮອງກອງບັນຊາການ ປກສ ແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 17 ພ້ອມຄະນະ ມີທ່ານ ບົວຄໍາ ຮຽງລາເຢ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ບັນດາທ່ານ ຫົວໜ້າ-ຮອງຫົວໜ້າຫ້ອງການ,ທະຫານ,ຕໍາຫຼວດ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ແລະ ຕາແສງເຂົ້າຮ່ວມຢ່າງພ້ອມພຽງ.ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ ທີ່ຄະນະພັກ-ຄະນະນຳຂອງເມືອງ ຈະຕ້ອງໄດ້ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.ຈາກນັ້ນ, ຄະນະ ສສຊ ແລະ ສສຂ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງອັດຕະປື ຊຸດທີ V ເປັນຕົ້ນແມ່ນ: ການຮັບຮອງໂຄງປະກອບ ແລະ ບຸກຄະລາກອນຂອງບັນດາອົງການອໍານາດລັດຂັ້ນສູນກາງ ແລະ ຂັ້ນແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນການເຄື່ອນໄຫວວຽກງານ 5 ປີຕໍ່ໜ້າຂອງ ອົງການກວດສອບປະຈຳພາກໃຕ້; ອົງການກວດກາແຫ່ງລັດ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ, ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ແລະ ແຜນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ 5 ປີ.ໂອກາດດຽວກັນ, ກອງປະຊຸມຍັງໄດ້ເປີດກວ້າງໃຫ້ຜູ້ເຂົ້າຮ່ວມໄດ້ຮ່ວມກັນແລກປ່ຽນຄຳຄິດຄຳເຫັນ ຢ່າງມີປະຊາທິປະໄຕ ແລະ ກົງໄປກົງມາ. ພ້ອມທັງໄດ້ສະເໜີບາງບັນຫາທີ່ເປັນຂໍ້ຂ້ອງໃຈ, ສິ່ງທ້າທາຍ ແລະ ຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງທ້ອງຖິ່ນ ເພື່ອໃຫ້ຄະນະ ສສຊ ແລະ ສສຂ ລວບລວມເອົາຄຳສະເໜີ, ຄຳຄິດຄຳເຫັນທີ່ມີຄຸນຄ່າເຫຼົ່ານັ້ນ ໄປສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງຂັ້ນເທິງ ພິຈາລະນາແກ້ໄຂໃຫ້ສອດຄ່ອງກັບຄວາມເປັນຈິງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ບັນດາເຜົ່າຢ່າງແທ້ຈິງ.
(ວິນັດ)

