


ໃນວັນທີ 16 ມິຖຸນາ 2026 ນີ້ ທ່ານ ພັທ ຄໍາໂພໄຊ ໄຊຍະເສນາ ເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງສະໜາມໄຊ ແລະ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ, ສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 17. ພ້ອມຄະນະ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມປະຊາຊົນ ພ້ອມທັງເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງອັດຕະປືຊຸດທີ V ຢູ່ທີ່ບ້ານສະໝອງໃໝ່ປິ່ນດົງ ແລະ ບ້ານຫີນລາດ ຕາແສງແທ ເມືອງສະໜາມໄຊ, ແຂວງອັດຕະປື. ໂດຍມີພະນັກງານຕາແສງ, ອົງການປົກຄອງບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.ການເຄື່ອນໄຫວໃນຄັ້ງນີ້: ໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ, ຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນພາຍໃນບ້ານ ຈາກອົງການປົກຄອງບ້ານ. ພ້ອມດຽວກັນນັ້ນ, ພໍ່ແມ່ປະຊາຊົນກໍໄດ້ມີໂອກາດສະແດງຄວາມຄິດເຫັນ ແລະ ສະເໜີຄໍາຂ້ອງໃຈ, ຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນ ເປັນຕົ້ນແມ່ນ ການແກ້ໄຂບັນຫາທີ່ດີນ, ການຊົດເຊີຍລາຍການທີ 6 ແລະ ບັນຫາອື່ນໆ, ສສຊ ແລະ ສສຂ ໄດ້ອະທິບາຍ, ຊີ້ແຈງ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແຜນພັດທະນາຂອງທ້ອງຖິ່ນ. ສໍາລັບບາງຄໍາສະເໜີ ທີ່ຍັງບໍ່ທັນສາມາດອະທິບາຍແກ້ໄຂໄດ້ໃນທັນທີ, ຄະນະຜູ້ແທນໄດ້ບັນທຶກ ແລະ ຮີບໂຮມເອົາຄໍາຄິດຄໍາເຫັນດັ່ງກ່າວ ເພື່ອນໍາໄປຄົ້ນຄວ້າພິຈາລະນາແກ້ໄຂກັບພາກສ່ວນທີ່ກ່ຽວຂ້ອງຕໍ່ໄປ.ໂອກາດດັ່ງກ່າວ, ຄະນະ ສສຊ ແລະ ສສຂ ໄດ້ຜ່ານບົດລາຍງານຜົນສໍາເລັດຂອງກອງປະຊຸມຄັ້ງປະຖົມມະລືກ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຊາບ ເຖິງບັນດາເນື້ອໃນຈິດໃຈ, ຄາດໝາຍສູ້ຊົນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ທີ່ໄດ້ຮັບການຮັບຮອງໃນກອງປະຊຸມ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ຊຸມຊົນທ້ອງຖິ່ນຮາກຖານ ແລະ ໄດ້ໂອ້ລົມ ແລະ ມີທິດຊີ້ນໍາຕໍ່ອົງການປົກຄອງບ້ານ ແລະ ປະຊາຊົນໃຫ້ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ເປັນເຈົ້າການໃນການພັດທະນາເສດຖະກິດຄອບຄົວຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມທັງສະແດງຄວາມຫ່ວງໄຍຕໍ່ກັບບັນຫາເດັກນ້ອຍ ແລະ ເຍົາວະຊົນ ທີ່ປະລະການຮຽນໃນປັດຈຸບັນ. ພ້ອມທັງຮຽກຮ້ອງໃຫ້ຄອບຄົວ, ໂຮງຮຽນ ແລະ ອົງການປົກຄອງບ້ານ ເອົາໃຈໃສ່ຕິດຕາມ, ສຶກສາອົບຮົມ, ແລະ ສ້າງເງື່ອນໄຂໃຫ້ລູກຫຼານໄດ້ເຂົ້າເຖິງການສຶກສາຢ່າງທົ່ວເຖິງ ເພື່ອອະນາຄົດຂອງເດັກ ແລະ ເປັນກໍາລັງສໍາຄັນໃນການພັດທະນາບ້ານໃນພາຍໜ້າ.
(ວິນັດ)

