(ສພຊ) – ເພື່ອໃຫ້ສະມາຊິກແມ່ຍິງມີຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ແລະ ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ-ລັດ ທັງສາມາດນຳເອົາແນວທາງ ແລະ ເນື້ອໃນທີ່ໄດ້ຮັບຮູ້ໄປຜັນຂະຫຍາຍ ແລະ ປະຕິບັດເຂົ້າໃນວຽກງານວິຊາສະເພາະຂອງຕົນ ໃຫ້ເກີດຜົນສຳເລັດ; ວັນທີ 12 ມິຖຸນານີ້, ສະຫະພັນແມ່ຍິງສະພາແຫ່ງຊາດ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໂດຍມີຄະນະບໍລິຫານງານສະຫະພັນແມ່ຍິງ, ຕາງໜ້າຄະນະບໍລິຫານງານສະຫະພັນກໍາມະບານ, ຄະນະບໍລິຫານງານຊາວໜຸ່ມ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງ ພາຍໃນສະພາແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ທ່ານ ນາງ ກັນທິນາ ປ້ານອິນຫວນ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງສະພາແຫ່ງຊາດ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໄດ້ຮັບຮອງເອົາລາຍງານການເມືອງ ທີ່ກຳນົດທິດທາງ, ຄາດໝາຍສູ້ຊົນ 5 ປີ (2026-2030), ວິໄສທັດຮອດປີ 2035, ແຜນພັດທະນາແມ່ຍິງລາວ 5 ປີ (2026-2030) ເຊິ່ງມີ 9 ເປົ້າໝາຍ, 31 ແຜນວຽກຈຸດສຸມ ແລະ 144 ວຽກຈຸດສຸມ; ກົດລະບຽບຂອງສະຫະພັນແມ່ຍິງລາວ ສະໄໝທີ IX; ຄໍາຂວັນ ແລະ ຂໍ້ແຂ່ງຂັນ ຂອງສະຫະພັນແມ່ຍິງລາວ ສະໄໝ IX “ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ” ແລະ ຂໍ້ແຂ່ງຂັນ 3 ດີ ຄື: “ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ”. ພ້ອມນັ້ນ, ຍັງໃຫ້ຮູ້ຕື່ມອີກວ່າ: ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງ ແລະ ຮັບຮອງເອົາຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຈຳນວນ 61 ທ່ານ ແລະ ຮັບຮອງເອົາທ່ານ ນາງ ອາລີ ວົງໜໍ່ບຸນທຳ ເປັນປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ຮອງປະທານ 3 ທ່ານ ຄື: ທ່ານ ນາງ ທຳມາ ເພັດວິໄຊ, ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ແລະ ທ່ານ ນາງ ຜາສຸກ ວົງວິຈິດ ທັງເປັນປະທານຄະນະກວດກາ; ທ່ານ ນາງ ພູຄໍາ ຄັດສະຫວ່າງ ເປັນຮອງປະທານຄະນະກວດກາ ແລະ ກຳມະການກວດກາອີກ 2 ທ່ານ.
ນອກນັ້ນ, ຍັງໄດ້ຮັບຟັງການເຜີຍແຜ່ກົດລະບຽບຂອງສະຫະພັນແມ່ຍິງ, ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ 5 ປີ (2020-2024) ແລະ ທິດທາງແຜນການ 5 ປີ (2025-2029) ຂອງສະພັນແມ່ຍິງສະພາແຫ່ງຊາດ.

