(ສພຊ) – ວັນທີ 11-12 ມິຖຸນານີ້, ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ພ້ອມດ້ວຍຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 14 ສົມທົບກັບຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງ ໄດ້ເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສພຂ) ສາລະວັນ ຊຸດທີ V ຢູ່ຕາແສງວາປີ, ເທດສະບານເມືອງວາປີ, ເທດສະບານແຂວງ, ຈຸດສຸມໜອງແກ ແລະ ເທດສະບານເມືອງເລົ່າງາມ ເຊິ່ງໄດ້ຮັບການຕ້ອນຮັບຈາກຄະນະພັກ-ຄະນະນໍາຂັ້ນແຂວງ, ພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນທະຫານ-ພົນຕຳຫຼວດ, ອົງການປົກຄອງເມືອງ-ຕາແສງ, ພະນັກງານອາວຸໂສບໍານານ, ພະນັກງານ-ລັດຖະກອນ ຕະຫຼອດຮອດການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນການເຄື່ອນໄຫວ, ໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ຈາກນັ້ນ, ບັນດາທ່ານ ສສຊ ແລະ ສສຂ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ ຊຸດທີ X ແລະ ສພຂ ສາລະວັນ ຊຸດທີ V ເຊິ່ງໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ແລະ ທ້ອງຖິ່ນ ເປັນຕົ້ນ: ຮັບຮອງເອົາໂຄງປະກອບດ້ານບຸກຄະລາກອນ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນການສ້າງ ແລະ ປັບປຸງກົດໝາຍ-ນິຕິກຳໃຕ້ກົດໝາຍ; ການປັບປຸງ ແລະ ຮັບຮອງເອົາກົງຈັກຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ການເລືອກຕັ້ງຕຳແໜ່ງສໍາຄັນຕ່າງໆຂອງອົງການອໍານາດແຫ່ງລັດ ແລະ ອົງການປົກຄອງທ້ອງຖິ່ນ. ພ້ອມກັນນັ້ນ, ຍັງໄດ້ເປີດໂອກາດໃຫ້ພໍ່ແມ່ປະຊາຊົນ ສະເໜີຄຳຄິດຄຳເຫັນ ເຊິ່ງສ່ວນຫຼາຍຕິດພັນກັບວຽກງານການພັດທະນາເສດຖະກິດ-ສັງຄົມ, ພື້ນຖານໂຄງລ່າງ (ເສັ້ນທາງ, ໄຟຟ້າ, ທີ່ດິນ, ນໍ້າລິນ, ນ້ຳປະປາ, ການຂະຫຍາຍເຄືອຂ່າຍສັນຍານໂທລະສັບ), ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ແລະ ການມົ້ວສຸມສິ່ງເສບຕິດຕ່າງໆ, ການປະຕິບັດນະໂຍບາຍຕໍ່ອົງການຈັດຕັ້ງບ້ານ ແລະ ຜູ້ທີ່ມີຜົນງານໃນການປະຕິວັດຊາດ, ຂໍ້ຂັດແຍ້ງດ້ານທີ່ດິນ.

ທ່ານ ວິໄລວົງ ບຸດດາຄຳ ຍັງມອບຫຼຽນກາລະນຶກໃຫ້ແກ່ ສສຂ ຊຸດທີ IV ແລະ ມອບຄອມພິວເຕີ ໃຫ້ຄະນະຈັດຕັ້ງແຂວງ 5 ຊຸດ, ສະພາປະຊາຊົນແຂວງ 1 ຊຸດ ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ 1 ຊຸດ ທັງເຂົ້າຮ່ວມການປູກຕົ້ນໄມ້ຢູ່ໜ້າອາຄານຄະນະຈັດຕັ້ງແຂວງອີກດ້ວຍ.

