ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ​ ຢູ່​ 2​ ກອງບັນຊາການ​.

ມ.ຖ. 11, 2026

ວັນທີ​ 11​ ມິຖຸນາ​ 2026​ ນີ້.​ ທ່ານ​ ບຸນເຖິງ​ ດວງ​ສະຫວັນ​ ເລຂາພັກ​ແຂວງ, ປະທານສະພາປະຊາຊົນແຂວງ, ປະທານຄະນະ​ສະມາຊິກສະພາແຫ່ງຊາດ​ ເຂດເລືອກຕັ້ງທີ​ 17 ແລະ​ ທ່ານ​ ອິນປັນ​ ອິນທິລາດ ເລຂາພັກເມືອງ​ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ​ເມືອງ​ສາມັກຄີໄຊ​ ພ້ອມດ້ວຍ​ສະມາຊິກສະພາປະຊາຊົນແຂວງ​ ປະຈໍາເຂດເລືອກຕັ້ງເມືອງ​ສາມັກຄີໄຊ ໄດ້ເຄື່ອນໄຫວ​ເຜີຍແຜ່​ຜົນສຳເລັດ​ກອງປະຊຸມ​ຄັ້ງ​ປະ​ຖົມມະລືກ​ຂອງສະພາແຫ່ງຊາດຊຸດທີ​ X​ ແລະ​ ສະພາ​ປະຊາຊົນ​ແຂວງ​ອັດຕະປື​ຊຸດທີ​ V​ ຢູ່​ກອງບັນຊາການ​ທະຫານ​ ແລະ​ ກອງບັນຊາການ ປກສ​ ເມືອງ​ສະມັກຄີ​ໄຊ​ ມີຄະນະພັກ-ຄະນະ​ບັນຊາ, ນາຍ ແລະ ພົນທະຫານ​,​ ນາຍ ແລະພົນຕໍາຫຼວດເຂົ້າຮ່ວມ.ໃນການເຄື່ອນໄຫວຄັ້ງນີ້, ໄດ້ຮັບຟັງສະພາບການຈັດຕັ້ງປະຕິບັດວຽກງານໂດຍຫຍໍ້ຂອງ​ສອງກອງບັນຊາການ,​ ຈາກນັ້ນ,​ ສະມາຊິກສະພາແຫ່ງຊາດ​ ແລະ​ ສະມາຊິກ​ສະພາ​ປະຊາຊົນ​ແຂວງ​ ຍົກໃຫ້ເຫັນເຖິງຜົນສຳເລັດອັນຈົບງາມຂອງກອງປະຊຸມຄັ້ງປະຖົມມະລືກ ເຊິ່ງເປັນເຫດການການເມືອງທີ່ມີຄວາມໝາຍຄວາມສຳຄັນຍິ່ງ. ເນື້ອໃນຕົ້ນຕໍທີ່ໄດ້ນຳມາເຜີຍແຜ່ ແລະ ສ້າງຄວາມຮັບຮູ້ ເປັນຕົ້ນ: ການຮັບຮອງໂຄງປະກອບ ແລະ ບຸກຄະລາກອນຂອງບັນດາອົງການອໍານາດລັດ​ຂັ້ນ​ສູນກາງ​ ແລະ​ ຂັ້ນແຂວງ,​ ແຜນພັດທະນາເສດຖະກິດ-ສັງຄົມ​ 5​ ປີ​ແຫ່ງຊາດ​ ແລະ​ ຂັ້ນແຂວງ, ໂຄງການກໍ່ສ້າງເສັ້ນທາງລົດໄຟ ແຕ່ຕົວເມືອງທາ ແຂກ. ແຂວງຄໍາມ່ວນ ຫາມຸຢ່າຊາຍແດນລາວ-ຫວຽດນາມດ້ວຍຮູບແບບ BOT, ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງ ອົງການກວດສອບປະຈຳພາກໃຕ້; ອົງການກວດກາແຫ່ງລັດ,​ ສານປະຊາຊົນ​ ແລະ​ ອົງການໄອຍະການປະຊາຊົນ,​ ແຜນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ 5 ປີ.​ ເພື່ອເຮັດໃຫ້ກຳລັງປະກອບອາວຸດ ປກສ ແລະ ປກຊ ເມືອງສາມັກຄີໄຊ ເຊິ່ງເປັນກຳລັງຫຼັກແຫຼ່ງໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ເຖິງແນວທາງ, ແຜນພັດທະນາ ແລະ ມະຕິຕ່າງໆ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ແນໃສ່ສ້າງຄວາມເປັນເອກະພາບທາງດ້ານທັດສະນະ ແລະ ການກະທຳ, ຫັນໄປສູ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ມີປະສິດທິຜົນສູງ.ໃນໂອກາດ​ນີ້​ ປະທານສະພາປະຊາຊົນແຂວງ ຍັງໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ ຄະນະ ພັກ,​ຄະນະບັນຊາ, ນາຍແລະພົນ ທັງສອງກອງບັນຊາການ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບທາງການເມືອງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເອົາໃຈໃສ່ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມສະພາໃນຄັ້ງນີ້ ເຂົ້າໃນຂົງເຂດວຽກງານຂອງຕົນໃຫ້ປາກົດຜົນເປັນຈິງ.