ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ລົງພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງໄຊ.

ມ.ຖ. 11, 2026

ເພື່ອປະຕິບັດຕາມແຜນການເຄື່ອນໄຫວ ສະບັບເລກທີ 466/ຄປຈ, ລົງວັນທີ 8 ພຶດສະພາ 2026 ວ່າດ້ວຍການລົງພົບປະຜູ້ມີສິດເລືອກຕັ້ງ ແລະ ຜັນຂະຫຍາຍຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ໃນລະຫວ່າງວັນທີ 27 ພຶດສະພາ-8 ມິຖຸນາ 2026 ນີ້; ນໍາໂດຍທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 4, ປະທານສະພາປະຊາຊົນແຂວງ; ທ່ານ ສົມຄິດ ກັນສະໜິດ ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊ, ທ່ານ ນ. ໝອນຄໍາ ສຸກສິງຫາ, ທ່ານ ສຸດໃຈ ສຸດແສງເດືອນ, ທ່ານ ຄໍາຊຽນ ອິດນຸຄານ ແລະ ທ່ານ ພັທ ສົມພອນ ສຸລິເຮືອງ ສະມາຊິກສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊ ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງໄຊ, ຕ້ອນຮັບຈາກທ່ານ ສົມຈັນ ເທບຜາລີ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ; ມີຮອງເລຂາພັກເມືອງ, ກໍາະການພັກເມືອງ, ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ, ນາຍບ້ານເທດສະບານ, ແຂກເຊີນ, ອົງການປົກຄອງບ້ານ,  ພໍ່-ແມ່ປະຊາຊົນກຸ່ມບ້ານຫົວນໍ້າບາກ, ຄະນະກໍາມະການປົກຄອງຕາແສງນໍ້າແຫງ, ຕາແສງກໍນ້ອຍ, ບ້ານຫຼັກ10, ຫົວນໍ້າບາກ, ແສນສຸວັນ, ແສນລາດ,ກ່ອນແກນ, ນາມົນ, ນາຮ້ວງ, ຫ້ວຍຮູມ, ຫ້ວຍໝອກ ແລະ ບ້ານ ວັງຍານ ເຂົ້າຮ່ວມທັງຫມົດ 671 ຄົນ, ຍິງ 198 ຄົນ.
ພິທີ, ບັນດາທ່ານສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊ ໄດ້ສະແດງຄວາມຍິນດີທີ່ໄດ້ມາຮອດມາເຖິງບັນດາບ້ານ, ຂອບອົກຂອບໃຈມາຍັງພໍ່ແມ່ປະຊາຊົນພາຍໃນບ້ານ, ທີ່ໃຫ້ຄວາມໄວ້ເນື້ອເຊື່ອໃຈ, ເຊື່ອໝັ້ນ ແລະ ເລືອກເອົາບັນດາທ່ານມາເປັນຕົວແທນໃນຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດເວົ້າລວມ, ເວົ້າສະເພາະກໍ່ຄືປະຊາຊົນບັນດາເຜົ່າໃນທົ່ວແຂວງ ເພື່ອເປັນຕົນແທນໃນການປະກອບຄໍາຄິດຄໍາເຫັນ, ສະເໜີບັນຫາ ແລະ ການພິຈາລະນາ, ຕົກລົງບັນຫາສໍາຄັນພື້ນຖານຕ່າງໆ ຂອງຊາດ, ຂອງແຂວງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ຫຼັງຈາກນັ້ນ, ໄດ້ພັດປ່ຽນກັນເຜີຍແຜ່ເນື້ອໃນຜົນສໍາເລັດ ຂອງກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ເປັນຕົ້ນ: ກອງປະຊຸມໄດ້ຮັບຟັງການລາຍງານຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຽວກັບຜົນຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ X; ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V; ຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຂອງແຂວງ 5 ປີຄັ້ງທີ X(2026-2030); ພິຈາລະນາ ຮັບຮອງດ້ານຫຼັກການ ໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດນາມ ຈາກຕົວເມືອງທ່າແຂກ, ແຂວງຄໍາມ່ວນ ຫາ ມູຢາ ຊາຍແດນລາວ-ຫວຽດນາມດ້ວຍຮູບແບບ BOT; ຮັບຮອງເອົາແຜນເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດສອບ; ກວດກາລັດ ແລະ ສານປະຊາຊົນ, ອົງການໄອຍະການປະຊາຊົນ, ສະພາແຫ່ງຊາດ ຊຸດທີ X ວຽກງານສະພາປະຊາຊົນແຂວງ ຊຸດທີ V ແລະ ວຽກງານສໍາຄັນອີກຈໍານວນໜຶ່ງ, ໃຫ້ຜູ້ມີສິດເລືອກຕັ້ງຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ, ວ່າ 2 ກອງປະຊຸມດັ່ງກ່າວໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຫຍັງແດ່.
ຫລັງຈາກນັ້ນ, ໄດ້ຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີຕ່າງໆ ຈາກປະຊາຊົນກ່ຽວການຄຸ້ມຄອງບໍລິຫານລັດຂັ້ນຕ່າງໆ, ບັນດາຄໍາສະເໜີ ແມ່ນຈະໄດ້ຊີ້ແຈງໃຫ້ກະຈ່າງແຈ້ງໄປແລ້ວ, ສ່ວນບາງບັນຫາທີຍັງບໍ່ທັນຊີ້ແຈງ, ແມ່ນຈະສັງລວມ, ປຶກສາຫາລືໃນກອງປະຊຸມຄະນະປະຈໍາ ແລະ ສະເໜີຕໍ່ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ, ແກ້ໄຂຕາມຄວາມເໝາະສົມ ແລະ ຖືກຕ້ອງຕາມລະບຽບການວາງໄວ້.
ພາບ/ ຂ່າວ: ສະພາປະຊາຊົແຂວງ.