ພົບປະຢ້ຽມຢາມປະຊາຊົນ 2 ບ້ານຕາແສງຈຸນລາ

ມ.ຖ. 10, 2026

‎(ສພຂ) – ວັນທີ 3-4 ມິຖຸນານີ້, ທ່ານ ຈັນທະບູນ ສຸກອາລຸນ ປະທານກໍາມາທິການເສດຖະກິດ ແລະ ການເງິນ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ, ທ່ານ ສຸພົນ ໄຊສະຫງ່າ ຮອງປະທານສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງທ່າແຕງ ແລະ ທ່ານ ບຸນເລີຍ ນັນທະວົງ ເລຂາພັກເມືອງ, ຫົວໜ້າຄະນະ ສສຂ ປະຈໍາເຂດເລືອກຕັ້ງເມືອງທ່າແຕງ ພ້ອມດ້ວຍຄະນະຕິດຕາມ ໄດ້ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນຢູ່ 2 ບ້ານຂອງຕາແສງຈຸນລາ ຄື: ຈຸນລາ ແລະ ຢຶບໃໝ່ ໂດຍມີບັນດາທ່ານປະທານ-ຮອງປະທານຄະນະກໍາມະການປົກຄອງຕາແສງ, ຕາງໜ້າຫ້ອງການ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ່ອມພຽງ.
‎ ໃນການພົບປະ, ໄດ້ຮັບຟັງການລາຍງານຈາກອົງການປົກຄອງສອງບ້ານໂດຍສັງເຂບ; ຈາກນັ້ນ, ສສຊ-ສສຂ ກໍໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ‎ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງເຊກອງ ຊຸດທີ V ທັງມີຄໍາເຫັນຊີ້ທິດເຍືອງທາງ‎ຕໍ່ການພັດທະນາບ້ານ ແລະ ຄອບຄົວ ແລະ ເປີດໂອກາດໃຫ້ພໍ່ແມ່ປະຊາຊົນສະເໜີຂໍ້ຂ້ອງໃຈກ່ຽວກັບບັນຫາຕ່າງໆ ທີ່ຕິດພັນກັບການດຳລົງຊີວິດ ເພື່ອເປັນຂໍ້ມູນໃຫ້ຜູ້ແທນນໍາໄປຄົ້ນຄວ້າ, ພິຈາລະນາ ແລະ ນໍາສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງ ອະທິບາຍ-ຊີ້ແຈງ ແລະ ແກ້ໄຂຕາມຄວາມເໝາະສົມ.
‎ ນອກນັ້ນ, ຍັງໄດ້ຢ້ຽມຢາມໂຮງຮຽນປະຖົມສົມບູນບ້ານຢຶບໃໝ່ ແລະ ຕິດຕາມກວດກາສະພາບເສັ້ນທາງໄປສູ່ເຂດທໍາການຜະລິດຂອງພໍ່ແມ່ປະຊາຊົນບ້ານສະທື ອີກດ້ວຍ.
‎(ນາລີວັນ)