(ສພຊ) – ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຂອງ ສປປລາວ ຈຳນວນ 29 ທ່ານ ນຳໂດຍທ່ານ ນາງ ວິລະວອນ ພັນທະວົງ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ພ້ອມດ້ວຍຄະນະຕິດຕາມ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້ “ຊຸດສໍາມະນາໃຫ້ແກ່ສະມາຊິກສະພາ ຂອງ ສປປລາວ” ທີ່ນະຄອນໜານຊາງ ແຂວງຈຽງຊີ ສປຈີນ ໃນລະຫວ່າງວັນທີ 15 ພຶດສະພາ – 4 ມິຖຸນາ 2026 ເຊິ່ງຈັດໂດຍກະຊວງການຄ້າ ສປຈີນ.
ຊຸດສໍາມະນາດັ່ງກ່າວ ເປັນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສປປລາວ ແລະ ສປຈີນ ໂດຍສະເພາະແມ່ນການຮ່ວມມືໃນຂົງເຂດການພັດທະນາຊັບພະຍາກອນມະນຸດ ເຊິ່ງຜ່ານມາ ລັດຖະບານຈີນ ໄດ້ສະໜັບສະໜູນທາງດ້ານທຶນຮອນເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ ສສຊ, ສສຂ ແລະ ພະນັກງານ-ລັດຖະກອນຂອງສະພາແຫ່ງຊາດລາວ ໃນຫົວຂໍ້ຕ່າງໆ ໂດຍຜ່ານກະຊວງການຄ້າ ແລະ ເປັນເຈົ້າພາບຈັດໂດຍພະແນກການຄ້າແຂວງຈຽງຊີ ແລະ ວິທະຍາໄລວິຊາຊີບພາສາຕ່າງປະເທດ ແລະ ການຄ້າຕ່າງປະເທດ ແຂວງຈຽງຊີ.
ຊຸດສໍາມະນາຄັ້ງນີ້ ໄດ້ຮັບຟັງການບັນລະຍາຍຈາກນັກຄົ້ນຄວ້າ ແລະ ສາສະດາຈານຈາກສະຖາບັນການຕ່າງປະເທດຂອງ ສປຈີນ ແລະ ມະຫາວິທະຍາໄລຊື່ດັງຂອງນະຄອນໜານຊາງ, ແຂວງຈຽງຊີ ກ່ຽວກັບແນວຄິດ ແລະ ຜົນສໍາເລັດໃນການປົກຄອງຂອງພັກກອມມູນິດຈີນ, ການກໍ່ສ້າງປະເທດຊາດທີ່ທັນສະໄໝ ແລະ ການປ່ຽນແປງທາງການເມືອງຂອງຈີນ, ການສຶກສາກົນໄກນິຕິບັນຍັດທີ່ນໍາໂດຍສະພາຜູ້ແທນປະຊາຊົນທົ່ວປະເທດຈີນ, ການປະຕິຮູບອົງການຂອງລັດຖະບານ, ການພັດທະນາປະເທດຫັນເປັນທັນສະໄໝ, ການຮັບມືກັບວິກິດການສາທາລະນະ, ການແກ້ໄຂໜີ້ສິນ ແລະ ການບໍລິການຈັດຫາງານສາທາລະນະຂັ້ນຮາກຖານຂອງ ສປຈີນ; ຜ່ານການເຂົ້າຮ່ວມສໍາມະນາ ໄດ້ເຮັດໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຮັບຮູ້ ແລະ ເຂົ້າໃຈບົດຮຽນການພັດທະນາ, ການປະຕິຮູບ, ການປົກຄອງທີ່ດີ ແລະ ເສັ້ນທາງຫັນເປັນທັນສະໄໝ ຂອງ ສປຈີນ ໂດຍສະເພາະແມ່ນການປັບປຸງ ແລະ ຍົກສູງຄຸນນະພາບໃນການປະຕິບັດພາລະບົດບາດຂອງອົງການນິຕິບັນຍັດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.
ນອກຈາກນັ້ນ, ຄະນະຍັງໄດ້ໄປທັດສະນະສຶກສາ, ເບິ່ງຕົວຈິງຢູ່ສະຖານທີ່ປະຫວັດສາດ, ເຂດວັດທະນະທໍາ, ເຂດການຜະລິດ, ເຂດພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຫັນເປັນບ້ານທີ່ທັນສະໄໝ ແລະ ບໍລິສັດຕ່າງໆຈໍານວນໜຶ່ງ.
ຊຸດສໍາມະນາໃຫ້ແກ່ສະມາຊິກສະພາລາວ ທີ່ນະຄອນໜານຊາງ
