ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປລາວ ເຖິງເດັກລາວບັນດາເຜົ່າ
(ເນື່ອງໃນໂອກາດວັນເດັກສາກົນ 1 ມິຖຸນາ 2026)
………………………………………………..
– ບັນດາທ່ານທີ່ນັບຖື,
– ຫຼານນ້ອຍອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າ ທີ່ຮັກແພງ!
ໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2026 ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 101 ປີ (1925-2026), ໃນນາມຕາງໜ້າໃຫ້ການນໍາພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຮັກແພງ, ຄວາມຫ່ວງໃຍ ແລະ ຄໍາອວຍພອນອັນປະເສີດ ມາຍັງລູກຫຼານອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າທຸກຄົນ ທັງພາຍໃນປະເທດ ແລະ ເດັກລາວທີ່ສຶກສາຮໍ່າຮຽນ ແລະ ອາໄສຢູ່ຕ່າງປະເທດ.
ການສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາໃນທຸກປີ ເປັນວັນແຫ່ງຄວາມສຸກ ແລະ ຄວາມເບີກບານມ່ວນຊື່ນຂອງເດັກ, ທັງເປັນໂອກາດທີ່ທົ່ວສັງຄົມໄດ້ຮ່ວມກັນທົບທວນ ແລະ ຢືນຢັນຄວາມສຳຄັນຂອງການສົ່ງເສີມ ແລະ ປົກປ້ອງສິດທິເດັກ, ສ້າງສະພາບແວດລ້ອມທີ່ປອດໄພ, ອົບອຸ່ນ ແລະ ເປັນມິດ ເພື່ອໃຫ້ເດັກທຸກຄົນ ໄດ້ເຕີບໃຫຍ່ຢ່າງມີຄຸນນະພາບ. ເດັກນ້ອຍທຸກຄົນ ແມ່ນຄວາມຫວັງ, ແມ່ນກໍາລັງສຳຄັນ ແລະ ອະນາຄົດຂອງຊາດ, ເປັນຜູ້ສືບທອດ ແລະ ເປັນກໍາລັງຫຼັກແຫຼ່ງ ໃນການພັດທະນາປະເທດໃນອະນາຄົດ. ດັ່ງນັ້ນ, ການດູແລປົກປ້ອງເດັກ ແລະ ສ້າງໂອກາດໃຫ້ເດັກຈຶ່ງເປັນຄວາມຮັບຜິດຊອບຮ່ວມກັນຂອງທຸກຄົນໃນສັງຄົມ.
ສໍາລັບ ສປປລາວ, ການສະເຫຼີມສະຫຼອງວັນເດັກສາກົນ ໄດ້ດໍາເນີນຄຽງຄູ່ກັບວັນປູກຕົ້ນໄມ້ແຫ່ງຊາດ ແມ່ນເພື່ອປູກຝັງໃຫ້ເດັກມີຄວາມຮັບຜິດຊອບ, ຮັກໃນການປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ ຕັ້ງແຕ່ຍັງນ້ອຍ, ເດັກປຽບເໝືອນຕົ້ນກ້າ ທີ່ຕ້ອງການດູແລ, ອົບຮົມສັ່ງສອນຈາກພໍ່ແມ່, ຜູ້ປົກຄອງ, ຄູ-ອາຈານ ແລະ ສັງຄົມ ເພື່ອສ້າງພູມຄຸ້ມກັນໃຫ້ເດັກຫ່າງໄກຈາກສິ່ງທີ່ບໍ່ດີ, ສ້າງໃຫ້ເຂົາເຈົ້າເຕີບໃຫຍ່ ເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ, ເປັນຜູ້ສືບທອດ ແລະ ຕັດສິນຊາຕາກຳຂອງຊາດໃນອະນາຄົດ.
ໃນຊຸມປີຜ່ານມາ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ຕໍ່ການພັດທະນາເດັກລາວ ທັງດ້ານສຸຂະພາບ, ໂພຊະນາການ, ການສຶກສາ, ສົ່ງເສີມຄວາມສະເໝີພາບ, ກາລະໂອກາດ ໃຫ້ເດັກຍິງ-ເດັກຊາຍ ແລະ ການຄຸ້ມຄອງສິດທິເດັກ. ເຖິງຢ່າງໃດກໍຕາມ, ພວກເຮົາເຫັນວ່າ ຍັງມີເດັກຈໍານວນບໍ່ໜ້ອຍ ໂດຍສະເພາະ ເດັກທີ່ອາໄສຢູ່ເຂດຊົນນະບົດຫ່າງໄກສອກຫຼີກຍັງປະເຊີນກັບສິ່ງທ້າທາຍຕ່າງໆ ເຊັ່ນ: ຄວາມທຸກຍາກ, ການອອກໂຮງຮຽນ, ການໃຊ້ຄວາມຮຸນແຮງຕໍ່ເດັກ, ການແຕ່ງດອງກ່ອນໄວອັນຄວນ, ການໃຊ້ແຮງງານເດັກ, ບັນຫາຢາເສບຕິດ, ການປ່ຽນແປງດິນຟ້າອາກາດ, ໄພພິບັດ ແລະ ອື່ນໆ; ນອກຈາກນັ້ນ, ໃນຍຸກທີ່ມີການນຳໃຊ້ດິຈິຕອນ ເຮັດໃຫ້ເກີດມີຄວາມສ່ຽງຈາກການນໍາໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍ. ສະນັ້ນ, ພວກເຮົາ ຕ້ອງຮ່ວມມືກັນພັດທະນາເດັກລາວ ໃຫ້ມີຄວາມຮູ້, ມີທັກສະນໍາໃຊ້ເຕັກໂນໂລຊີ ຢ່າງສ້າງສັນ ແລະ ປອດໄພ, ພ້ອມທັງສ້າງພູມຄຸ້ມກັນໃຫ້ເດັກ ຮູ້ຈັກປົກປ້ອງຕົນເອງຈາກສິ່ງບໍ່ດີຕ່າງໆ.
ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໃນນາມເປັນເສນາທິການໃຫ້ລັດຖະບານ ພວມສຸມໃສ່ສ້າງແຜນດຳເນີນງານແຫ່ງຊາດ ເພື່ອສົ່ງເສີມປົກປ້ອງສິດທິເດັກ ແລະ ແຜນປ້ອງກັນ, ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກ 2026-2030. ໃນນາມຕາງໜ້າລັດຖະບານແຫ່ງ ສປປລາວ, ຂ້າພະເຈົ້າ ຂໍຢືນຢັນວ່າ ລັດຖະບານຈະສືບຕໍ່ລົງທຶນ ແລະ ສ້າງເງື່ອນໄຂ ເພື່ອໃຫ້ເດັກລາວທຸກຄົນໄດ້ຮັບການພັດທະນາຢ່າງຮອບດ້ານ ທັງດ້ານຮ່າງກາຍ, ສະຕິປັນຍາ, ຈິດໃຈ ແລະ ຄຸນນະທຳ. ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ພໍ່ແມ່, ຄູ-ອາຈານ, ອົງການຈັດຕັ້ງ, ຊຸມຊົນ, ພາກທຸລະກິດ ແລະ ຄູ່ຮ່ວມພັດທະນາ ຈົ່ງໃຫ້ການຮ່ວມມືໃນການສະໜັບສະໜູນການສົ່ງເສີມ, ພັດທະນາ, ປົກປ້ອງ ແລະ ສ້າງໂອກາດທີ່ດີ ໃຫ້ເດັກທຸກຄົນ.
ໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2026 ນີ້ ຂໍອວຍພອນໃຫ້ພວກລູກຫຼານອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີແຕ່ຄວາມເບີກບານມ່ວນຊື່ນ, ມີສຸຂະພາບແຂງແຮງ, ມີຄວາມຝັນອັນຍິ່ງໃຫຍ່, ຕັ້ງໃຈຮຽນ, ຮັກຄອບຄົວ ແລະ ປະເທດຊາດ ເພື່ອເຕີບໃຫຍ່ເປັນກຳລັງສຳຄັນໃນການສ້າງອະນາຄົດອັນສົດໄສໃຫ້ແກ່ປະເທດຊາດບ້ານເມືອງອັນແສນຮັກຂອງພວກເຮົາ.
ຂໍໃຫ້ການສະເຫຼີມສະຫຼອງວັນເດັກສາກົນ ປີ 2026 ຈົ່ງດໍາເນີນໄປດ້ວຍຄວາມຟົດຟື້ນ, ເຕັມໄປດ້ວຍຄວາມໝາຍ ແລະ ນໍາເອົາຄວາມສຸກ-ຄວາມເບີກບານມ່ວນຊື່ນ ມາສູ່ເດັກລາວທຸກຄົນ.
ຂໍຂອບໃຈ!

