ສະຫາຍ ນາງ ສູນທອນ ໄຊຍະຈັກ ເຄື່ອນໄຫວວຽກງານຢູ່ແຂວງເຊກອງ

ພ.ພ. 26, 2026

(ສພຊ) – ໂດຍປະຕິບັດຕາມການຕົກລົງຂອງກົມການເມືອງສູນກາງພັກ, ໃນລະຫວ່າງວັນທີ 22-24 ພຶດສະພາ 2026 ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ ໂດຍໄດ້ຮັບຟັງການລາຍງານກ່ຽວກັບການຊີ້ນຳ-ນຳພາຂອງຄະນະພັກແຂວງ, ອຳນາດການປົກຄອງແຂວງ ໂດຍມີສະຫາຍເລຂາພັກແຂວງ, ຮອງເລຂາພັກແຂວງ ແລະ ບັນດາຄະນະປະຈຳພັກແຂວງ ໂດຍສະເພາະແມ່ນສະພາບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ກໍຄືມະຕິກອງປະຊຸມຂອງອົງຄະນະພັກແຂວງ ຄັ້ງທີ XI ແລະ ສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ.
ສະຫາຍຮອງປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມກັບພະນັກງານຫຼັກແຫຼ່ງຢູ່ສະໂມສອນໃຫຍ່ຂອງແຂວງ ເພື່ອຮັບຟັງການລາຍງານກ່ຽວກັບການຈັດຕັ້ງຜັນຂະຫຍາຍບັນດາເອກະສານສຳຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເປັນຕົ້ນ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XII, ໂຄງການການເມືອງ ສະບັບທີ 3 ຂອງພັກ, ບົດລາຍງານການເມືອງ, ກົດລະບຽບຂອງພັກ ສະໄໝທີ XII, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ຄັ້ງທີ X, ບົດຄຳເຫັນຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປລາວ ຄັ້ງວັນທີ 25/02/2026 ແລະ ເອກະສານສຳຄັນອື່ນໆ ອັນໄດ້ເຮັດໃຫ້ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ສັງກັດຢູ່ຂົງເຂດຕ່າງໆພາຍໃນແຂວງ ໄດ້ມີຄວາມຮັບຮູ້-ເຂົ້າໃຈ, ກຳແໜ້ນ, ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກໃນໄລຍະໃໝ່.
ສະຫາຍຮອງປະທານສະພາແຫ່ງຊາດ ໄດ້ເນັ້ນໜັກໃຫ້ຄະນະພັກ ສືບຕໍ່ມີການຊີ້ນຳ-ນຳພາການຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ ໃຫ້ທົ່ວເຖິງເປົ້າໝາຍຕ່າງໆ ໂດຍມີການແບ່ງງານ, ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ມີການຫັນປ່ຽນໃໝ່ວິທີການ, ຮູບການການເຜີຍແຜ່, ເຊື່ອມຊຶມຕາມຄວາມເໝາະສົມ ແລະ ຈຸດພິເສດຂອງແຕ່ລະຂົງເຂດວຽກງານ, ແຕ່ລະເມືອງ, ແຕ່ລະຕາແສງ ເຮັດໃຫ້ປະຊາຊົນມີສ່ວນຮ່ວມໃນການຈັດຕັ້ງປະຕິບັດມະຕິດັ່ງກ່າວ; ເອົາໃຈໃສ່ສ້າງໃຫ້ມີຂະບວນການໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ໃຫ້ເປັນຮູບປະທໍາ ໂດຍສະເພາະການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍສະເພາະແມ່ນການສ້າງວິຊາຊີບ, ການຝຶກອົບຮົມເຕັກນິກການປູກ-ການລ້ຽງ ໂດຍອາດສົມທົບກັບຜູ້ປະກອບການໃນການສ້າງຕົວແບບໃນການຜະລິດກະສິກຳ (ສິນຄ້າໂອດ໋ອບຂອງແຂວງ); ຕ້ອງສົມທົບແໜ້ນ ແລະ ມີຄວາມກົມກຽວ ລະຫວ່າງການເຜີຍແຜ່, ເຊື່ອມຊຶມເອກະສານຂອງພັກ ກັບບັນດາມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍນຳໃຊ້ທ່າແຮງບົ່ມຊ້ອນຂອງແຂວງໃຫ້ມີປະສິດທິຜົນ.
ໂອກາດລົງເຄື່ອນໄຫວເຮັດວຽກຄັ້ງນີ້, ສະຫາຍຮອງປະທານສະພາແຫ່ງຊາດ ຍັງໄດ້ໄປຢ້ຽມຢາມເມືອງດາກຈຶງ, ພົບປະເຮັດວຽກກັບຄະນະນຳຂອງກຸ່ມບໍລິສັດ ຫວຽດເຟືອງ (ບໍລິສັດ ວີພີຈີ ລາວ-ຫວຽດ ຈຳກັດຜູ້ດຽວ) ເພື່ອຕິດຕາມຄວາມຄືບໜ້າຂອງໂຄງການຜະລິດອາລູມີນາໃນຕໍ່ໜ້າ; ນອກຈາກນັ້ນ, ຍັງໄດ້ຢ້ຽມຢາມໂຮງງານຜະລິດຕະພັນຈາກໂສມດາກຈຶງ ແລະ ພື້ນຖານການຜະລິດການປູກໂສມ ຢູ່ເມືອງຕື່ມອີກ.