(ສພຊ) – ກອງປະຊຸມລະດົມແນວຄວາມຄິດ ໃສ່ນິຕິກໍາຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ (ຄປຈສພຂ) ໄດ້ຈັດຂຶ້ນລະຫວ່າງວັນທີ 25-26 ພຶດສະພາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ວຽງແກ້ວ ວັນນະຈັກ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ (ສພຊ), ມີບັນດາທ່ານຮອງປະທານ ແລະ ຫົວໜ້າ-ຮອງຫົວໜ້າຫ້ອງວ່າການ ສພຂ 18 ແຂວງ, ຄະນະກົມ ແລະ ອະດີດການນໍາອາວຸໂສຂອງ ສພຊ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຫຼາຍກວ່າ 80 ທ່ານ.
ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື, ລະດົມແນວຄວາມຄິດເຫັນໃສ່ບັນດາຮ່າງນິຕິກໍາຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ໃຫ້ມີເນື້ອໃນສົມບູນ, ຄົບຖ້ວນ, ຊັດເຈນ, ສອດຄ່ອງກັບກົດໝາຍ, ສະພາບຄວາມເປັນຈິງ; ເຮັດໃຫ້ການກໍານົດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງ ຄປຈສພຂ, ບັນດາຄະນະກໍາມະການ, ຫ້ອງວ່າການ, ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງຂັ້ນເມືອງ ລວມທັງການກະກຽມ ແລະ ດຳເນີນກອງປະຊຸມຂອງສະພາປະຊາຊົນຂັ້ນແຂວງ ໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນທົ່ວປະເທດ.
ທ່ານ ວຽງແກ້ວ ວັນນະຈັກ ກ່າວວ່າ: ເນື້ອໃນກອງປະຊຸມ ແມ່ນໄດ້ຜ່ານການຈັດຕັ້ງປະຕິບັດຜ່ານມາແລ້ວ, ແຕ່ມາຮອດສະພາປະຊາຊົນຂັ້ນແຂວງ ຊຸດທີ V ເນື່ອງຈາກວ່າໄດ້ມີການປັບປຸງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ປັບປຸງກົງຈັກການຈັດຕັ້ງຂອງສະພາປະຊາຊົນຂັ້ນແຂວງ; ສະນັ້ນ, ກອງປະຊຸມຄັ້ງນີ້ ຖືເປັນໂອກາດດີທີ່ໄດ້ທົບທວນຄືນໃຫ້ມີຄວາມສອດຄ່ອງກັບກົດໝາຍ ແລະ ສະພາບຄວາມເປັນຈິງທີ່ຜ່ານການຈັດຕັ້ງປະຕິບັດໄລຍະຜ່ານມາ ມີອັນໃດຕ້ອງໄດ້ເອົາໃຈໃສ່ເສີມຂະຫຍາຍ ແລະ ມີອັນໃດທີ່ຈະພ້ອມກັນປັບປຸງແກ້ໄຂ ໃຫ້ມີຄວາມຊັດເຈນ, ອຸດົມສົມບູນ, ເປັນເອກະພາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນທົ່ວປະເທດ.
ກອງປະຊຸມໄດ້ຮັບຟັງການສະເໜີຮ່າງມະຕິຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ 7 ສະບັບ ຄື:1. ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງຂັ້ນເມືອງ; 2. ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະປະຈໍາປະຊາຊົນຂັ້ນແຂວງ; 3. ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທໍາ; 4. ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການວັດທະນະທໍາ-ສັງຄົມ, ບັນດາເຜົ່າ ແລະ ສາສະໜາ; 5. ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ; 6. ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສະພາປະຊາຊົນຂັ້ນແຂວງ; 7. ລະບຽບການກະ ກຽມ ແລະ ດໍາເນີນກອງປະຊຸມຂອງສະພາປະຊາຊົນແຂວງ/ນະຄອນຫຼວງ. ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາໃນການຄົ້ນຄວ້າ, ປະກອບຄຳເຫັນ, ປຶກສາຫາລື, ຖອດຖອນບົດຮຽນ ຕໍ່ບັນດາເນື້ອໃນເຫຼົ່ານີ້ຢ່າງເລິກເຊິ່ງກວ້າງຂວາງ, ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ.
(ສອນສັກ ວັນວິໄຊ)

