ກິດຈະກຳບານເຕະ ກົມເລຂານຸການ – ລັດວິສາຫະກິດ ໄຟຟ້າລາວ

ພ.ພ. 25, 2026

(ສພຊ) – ວັນທີ 22 ພຶດສະພາ 2026 ກົມເລຂານຸການ, ຫ້ອງວ່າການສະພາແຫ່ງຊາດ ໄດ້ສ້າງກິດຈະກຳກິລາບານເຕະມິດຕະພາບ ຊາຍ-ຍິງ ຮ່ວມກັບລັດວິສາຫະກິດ ໄຟຟ້າລາວ (ຟຟລ) ທີ່ເດີ່ນກິລາເຟີຣາຣີ ໂດຍມີທ່ານ ບຸນທັນ ບຸນວິໄລ, ທ່ານ ຄຳສະໄໝ ສໍາມາວົງ ແລະ ທ່ານ ເຂັມພອນ ອາໂນໄທ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດທັງສາມທ່ານ, ບັນດາທ່ານຮອງຜູ້ອໍານວຍການໃຫຍ່ ຟຟລ, ພະນັກງານ-ລັດຖະກອນ ແລະ ນັກກິລາຂອງທັງສອງພາກສ່ວນ ເຂົ້າຮ່ວມຢ່າງຟົດຟື້ນ.
ການຈັດກິດຈະກຳໃນຄັ້ງນີ້ ຈຸດປະສົງເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະຄະນະພັກສະພາແຫ່ງຊາດ ທີ່ຈະໄດ້ດຳເນີນຂຶ້ນໃນເດືອນມິຖຸນານີ້, ຮັດແໜ້ນຄວາມສາມັກຄີ ແລະ ສ້າງສິ່ງອຳນວຍຄວາມສະດວກໃນການປະສານສົມທົບດ້ານວຽກງານວິຊາສະເພາະລະຫວ່າງກົມເລຂານຸການ ກັບ ລັດວິສາຫະກິດ ໄຟຟ້າລາວ ໃຫ້ນັບມື້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ທັງເປັນການສົ່ງເສີມໃຫ້ພະນັກງານ-ລັດຖະກອນ ໄດ້ອອກກຳລັງກາຍເພື່ອສຸຂະພາບທີ່ແຂງແຮງ.
ໂອກາດດັ່ງກ່າວ, ທັງສອງພາກສ່ວນ ຍັງໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ແລະ ອຸປະກອນກິລາຮ່ວມກັນ ໂດຍລັດວິສາຫະກິດ ໄຟຟ້າລາວ ໄດ້ມອບຊຸດກິລາ (ຊາຍ-ຍິງ) ຈຳນວນ 45 ຊຸດ ໃຫ້ແກ່ກົມເລຂານຸການ ແລະ ກົມເລຂານຸການ ກໍໄດ້ມອບປຶ້ມບັນທຶກຂອງສະພາແຫ່ງຊາດ ຈຳນວນ 100 ຫົວ ໃຫ້ແກ່ ຟຟລ ເພື່ອເປັນທີ່ລະນຶກ ແລະ ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ; ຫຼັງຈາກນັ້ນ, ກໍໄດ້ຮ່ວມພາເຂົ້າສາມັກຄີ ເພື່ອເພີ່ມທະວີຄວາມສະໜິດສະໜົມຮັກແພງເຊິ່ງກັນແລະກັນຕື່ມອີກ.