ທາບທາມ ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ

ພ.ພ. 25, 2026

ຕອນບ່າຍຂອງວັນທີ 19 ພຶດສະພາ 2026 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມທາບທາມພະນັກງານລັດຖະກອນ ພາຍໃນສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ທອງຄານ ວັດສະດາກອນ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາ, ຄະນະກໍາມະການ, ຄະນະຫ້ອງວ່າການ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ວິຊາການພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມ, ພາຍຫຼັງສະເໜີຈຸດປະສົງ ໄດ້ຮັບຟັງການຜ່ານດໍາລັດ ວ່າດ້ວຍ ມາດຖານຕໍາແໜງບໍລິຫານ ຂອງລັດຖະກອນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 461/ລບ, ລົງວັນທີ 9 ຕຸລາ 2012 ຈາກຜູ້ຕາງໜ້າຄະນະຈັດຕັ້ງແຂວງ, ຫຼັງຈາກນັ້ນ ໄດ້ຈັດຕັ້ງການປະເມີນຕາມລະບຽບການ, ເພື່ອເປັນການຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການທາງດ້ານໜ້າທີ່ການເມືອງ ຂອງພັກ-ລັດ, ກໍ່ຄືພາຍໃນສະພາປະຊາຊົນແຂວງ ເປັນຕົ້ນ: ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ວິຊາການ ໃນຂະແໜງຕ່າງໆໃຫ້ແທດເໝາະກັບວິຊາສະເພາະຕົວຈິງ, ເພື່ອປະຕິບັດສິດ ແລະ ໜ້າທີ່ວຽກງານ ໃນຖານະທີ່ເປັນເສນາທິການຊ່ວຍວຽກໃຫ້ແກ່ບັນດາທ່ານ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພາບ/ຂ່າວ: ສະພາປະຊາຊົນແຂວງ.