ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນພຶດສະພາ

ພ.ພ. 15, 2026

(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນພຶດສະພາ 2026 ໄດ້ຈັດຂຶ້ນໃນວັນທີ 13 ພຶດສະພານີ້ ທີ່ຫ້ອງປະຊຸມວຽງໄຊ ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານຄະນະປະຈຳສະພາແຫ່ງຊາດ ເຂົ້າຮ່ວມມີບັນດາທ່ານຮອງປະທານຄະນະປະຈຳສະພາແຫ່ງຊາດ, ກຳມະການຄະນະປະຈຳສະພາແຫ່ງຊາດ, ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ແລະ ໜ່ວຍງານຮັບຜິດຊອບຈຳນວນໜຶ່ງ.

​ ກອງປະຊຸມໄດ້ພິຈາລະນາຄຳຮ້ອງຂໍຄວາມເປັນທຳ ຈຳນວນ 2 ເລື່ອງ; ຮັບຟັງລາຍງານການກະກຽມຄວາມພ້ອມຮ່າງກົດໝາຍທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X; ການຂໍທິດຊີ້ນຳ ກ່ຽວກັບກົນໄກການແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງກຳມາທິການກົດໝາຍ ແລະ ຍຸຕິທຳ; ລາຍງານຮ່າງການຈັດສັນແຜນງົບປະມານປີ 2026 ຂອງສະພາແຫ່ງຊາດ ແລະ ວຽກງານສຳຄັນອື່ນໆ.

​ ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ສຸມສະຕິປັນຍາໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນຢ່າງມີຈຸດສຸມ ເເລະ ເປັນປະໂຫຍດ ເພື່ອເຮັດໃຫ້ການພິຈາລະນາບັນຫາສຳຄັນຂອງຊາດ ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.