(ສພຊ) – ຕອນແລງວັນທີ 13 ພຶດສະພານີ້ ໄດ້ມີພິທີມອບ-ຮັບເງິນ 500 ລ້ານກີບ ເພື່ອສະໜັບສະໜູນກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ, ຕາງໜ້າມອບໂດຍທ່ານ ລິດທິກອນ ພູມມະສັກ ປະທານກຸ່ມບໍລິສັດ ເອໄອເອັຟ ຈຳກັດ ແລະ ຕາງໜ້າຮັບໂດຍທ່ານ ບຸນທັນ ບຸນວິໄລ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ເຊິ່ງມີທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.
ຫ
ຫ
