(ສພຊ) – ກອງປະຊຸມເຜີຍແຜ່ນິຕິກຳຂອງຄະນະປະຈຳສະພາແຫ່ງຊາດ ແລະ ປຶ້ມຄູ່ມືການພົບປະປະຊາຊົນຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ຈັດຂຶ້ນໃນວັນທີ 4-5 ພຶດສະພານີ້ ທີ່ສະໂມສອນຂອງໂຮງຮຽນທິດສະດີການເມືອງ-ການປົກຄອງ, ເມືອງທ່າແຂກ ແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ບັນດາທ່ານຮອງປະທານ ແລະ ຫົວໜ້າ-ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ 9 ແຂວງຄື: ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ໄຊສົມບູນ ພ້ອມດ້ວຍວິທະຍາກອນ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ບຸນຈັນ ສີວົງພັນ ກ່າວວ່າ: ເນື້ອໃນທີ່ນໍາມາຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນໃນຄັ້ງນີ້ ລ້ວນແຕ່ເປັນນິຕິກຳທີ່ສໍາຄັນ ແລະ ຈຳເປັນຫຼາຍ ເພາະເປັນໝາກຫົວໃຈສໍາຄັນຂອງການປະຕິບັດໜ້າທີ່ເປັນຕົວແທນຂອງປະຊາຊົນລາວບັນດາເຜົ່າ ເພື່ອເກັບກຳ, ສັງລວມຄວາມຄິດຄວາມເຫັນຂອງປະຊາຊົນ ນໍາໄປລາຍງານຕໍ່ພາກສ່ວນກ່ຽວຂ້ອງ ໄດ້ຮັບຮູ້ບັນຫາຕ່າງໆ, ກໍາໄດ້ສະພາບຄວາມຂັດຂ້ອງໝອງໃຈຂອງປະຊາຊົນ ແລ້ວນໍາໄປພິຈາລະນາແກ້ໄຂຢ່າງຖືກຕ້ອງ, ສອດຄ່ອງຕາມລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ໄດ້ກຳນົດຂັ້ນຕອນ, ຂະບວນການຕ່າງໆ ໃນການພົບປະປະຊາຊົນຂອງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ເຊິ່ງເປັນບົດຮຽນທີ່ສໍາຄັນ ໂດຍຜ່ານການທົດລອງຈັດຕັ້ງປະຕິບັດມາແລ້ວໃນຂອບເຂດທົ່ວປະເທດ ຈາກສະພາແຫ່ງຊາດ ຊຸດທີ IX ເພື່ອຮັບປະກັນການພົບປະປະຊາຊົນຂອງ ສສຊ ແລະ ສສຂ ກໍຄືການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນເປັນກ້າວໆ.

ກອງປະຊຸມໄດ້ຮັບຟັງສະພາບລວມວຽກງານການພົບປະປະຊາຊົນຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ບັນດານິຕິກຳຕ່າງໆທີ່ກ່ຽວຂ້ອງ), ການລົງເລິກພົບປະປະຊາຊົນຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ອີງໃສ່ປຶ້ມຄູ່ມືພົບປະປະຊາຊົນ ແລະ ການເຄື່ອນໄຫວວຽກງານຕົວຈິງ), ການໃຫ້ການສະໜັບສະໜູນວຽກງານພົບປະປະຊາຊົນຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ; ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາ ເຂົ້າໃນການແລກປ່ຽນຄໍາຄິດເຫັນເພື່ອໃຫ້ເຂົ້າໃຈຢ່າງຈະແຈ້ງ ແລ້ວນໍາໄປຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງຢ່າງປະດິດສ້າງ, ເໝາະສົມ ແລະ ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະແຂວງ.
(ອານຸສອນ ພູມມີທອນ)

