(ສພຊ) – ລະຫວ່າງວັນທີ 28-30 ເມສາ 2026, ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ໄຊສົມບູນ ປະຈຳເຂດເລືອກຕັ້ງເມືອງຮົ່ມ ໄດ້ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V ຢູ່ເມືອງຮົ່ມ ລວມ 5 ຈຸດຄື: ສະໂມສອນເມືອງ, ບ້ານນ້ຳທວຍ, ບ້ານພູກະທະ, ບ້ານນ້ຳປຸ່ງ ແລະ ບ້ານຜາລະແວກ ໂດຍມີອຳນາດການປົກຄອງເມືອງ-ບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.
ພາຍຫຼັງເຜີຍແຜ່ຜົນສຳເລັດຂອງສອງກອງປະຊຸມດັ່ງກ່າວແລ້ວ, ຄະນະຍັງໄດ້ເປີດໂອກາດໃຫ້ຜູ້ມີສິດເລືອກຕັ້ງ ມີຄຳຄິດຄຳເຫັນ ແລະ ຂໍ້ສະເໜີ ເປັນຕົ້ນ: ບັນຫາເສັ້ນທາງ ຂໍໃຫ້ທຽວໄດ້ສອງລະດູ ເຊິ່ງໃນໄລຍະລະດູຝົນ ແມ່ນມີຄວາມລຳບາກຫຼາຍ, ປະຊາຊົນທຸກຍາກຂາດເຂີນ ເນື່ອງຈາກທຳການຜະລິດບໍ່ໄດ້, ຂໍການກໍ່ສ້າງນ້ຳລິນເພື່ອໃຫ້ມີນ້ຳຊົມໃຊ້, ຂໍພະນັກງານວິຊາການຂະແໜງກະສິກຳ ລົງປະຈຳຢູ່ບ້ານ ເພື່ອຖ່າຍທອດຄວາມຮູ້ ແລະ ນຳພາປະຊາຊົນທຳການຜະລິດຕົວຈິງ, ຂໍໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສສຂ ລົງມາຢ້ຽມຢາມພໍ່ແມ່ປະຊາຊົນຢູ່ເລື້ອຍໆ ເພື່ອຈະໄດ້ເຫັນເຖິງຊີວິດການເປັນຢູ່ຂອງປະຊາຊົນ ແລະ ບັນຫາອື່ນໆ.
ຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດ ກໍໄດ້ມີຄຳເຫັນໂອ້ລົມ ເຊິ່ງທ່ານຮຽກຮ້ອງໃຫ້ບັນດາທ່ານ ສສຊ ແລະ ສສຂ ທີ່ເປັນຕົວແທນຂອງແຂວງຂອງເມືອງ ເຊິ່ງເປັນກຳລັງສຳຄັນປະຈຳຢູ່ທ້ອງຖິ່ນ ຈົ່ງເອົາໃຈໃສ່ໃນການເປັນຕົວເເຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ, ຊ່ວຍເປັນຫູເປັນຕາໃຫ້ປະຊາຊົນ ຫາກຍັງມີບັນຫາໃດທີ່ຍັງຄົງຄ້າງ ຂໍໃຫ້ສືບຕໍ່ແກ້ໄຂໃຫ້ທັນເວລາ; ບັນດາສະມາຊິກພັກ-ພະນັກງານ ຈົ່ງກຳແໜ້ນແນວທາງຂອງພັກ-ນະໂຍບາຍຂອງລັດ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດຂອງປະຊາຊົນ ໃຫ້ເຊື່ອໝັ້ນຕໍ່ການນຳພາຂອງພັກ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ເຊິ່ງຈະນຳພາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວບັນດາເຜົ່າ; ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນເຕົ້າໂຮມຄວາມສາມັກຄີ, ຮັກສາຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ, ປາກົດການຫຍໍ້ທໍ້ ແລະ ພ້ອມກັນສ້າງເສດຖະກິດຄອບຄົວ ໃຫ້ສາມາດກຸ່ມຕົນເອງເພິ່ງຕົນເອງໄດ້ເທື່ອລະກ້າວ.
(ກົງທະນູຄຳ ພິພັດເສລີ)

