ເລຂາທິການໃຫຍ່ອົງການ AAWC ເດີນທາງມາເຮັດວຽກກັບສະພາແຫ່ງຊາດ

ມ.ສ. 27, 2026

(ສພຊ) – ວັນທີ 23 ເມສາຜ່ານມາ, ທ່ານ ເພັດລາ ທັນທະວົງສາ ຮອງປະທານກໍາມາທິການການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຊຶງ-ແຈ ຮາ (Seung-Jae Ha) ເລຂາທິການໃຫຍ່ອົງການສະພາທີ່ປຶກສາກ່ຽວກັບບັນຫານ້ຳຂອງລັດຖະສະພາອາຊີ (Asia National Assembly Water Consultative Board – AAWC) ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ເພື່ອປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມໃນການເປັນເຈົ້າພາບຈັດກອງປະຊຸມສະພາທີ່ປຶກສາກ່ຽວກັບບັນຫານ້ຳຂອງລັດຖະສະພາອາຊີ ຄັ້ງທີ 9 (The 9th AAWC Board Meeting) ແລະ ກອງປະຊຸມໂຕະມົນກ່ຽວກັບບັນຫາອາກາດ ແລະ ນ້ຳ ຄັ້ງທີ 3 (The 3rd Climate and Water Roundtable) ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 28-30 ກໍລະກົດ 2026 ທີ່ນະຄອນຫຼວງວຽງຈັນ.
ໃນການເຂົ້າຢ້ຽມຂໍ່ານັບ, ທ່ານເລຂາທິການໃຫຍ່ອົງການສະພາທີ່ປຶກສາກ່ຽວກັບບັນຫານ້ຳຂອງລັດຖະສະພາອາຊີ ໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມເປັນມາ, ຈຸດປະສົງ ແລະ ເປົ້າໝາຍຂອງອົງການ ພ້ອມທັງລາຍງານຄວາມຄືບໜ້າການປະສານສົມທົບລະຫວ່າງສະພາແຫ່ງຊາດລາວ ກັບ ອົງການ AAWC ໃນການກະກຽມເປັນເຈົ້າພາບຮ່ວມກັນໃນທ້າຍເດືອນກໍລະກົດນີ້; ນອກຈາກນັ້ນ, ຍັງໄດ້ແຈ້ງຈຸດປະສົງໃນການຊ່ວຍເຫຼືອກ່ຽວກັບໂຄງການການບໍລິຫານ-ການຄຸ້ມຄອງນ້ຳ ໃຫ້ແກ່ ສປປລາວ.
ໂອກາດນີ້, ທ່ານຮອງປະທານກໍາມາທິການການຕ່າງປະເທດ ໄດ້ແຈ້ງສະພາບກ່ຽວກັບສະພາແຫ່ງຊາດ ຊຸດທີ X ແລະ ການກະກຽມຄວາມພ້ອມດ້ານຕ່າງໆຂອງກອງປະຊຸມທີ່ຈະຈັດຂຶ້ນໃນທ້າຍເດືອນກໍລະກົດ ໃຫ້ແກ່ຄະນະຜູ້ແທນອົງການ AAWC ຊາບ.
ຄະນະຜູ້ແທນອົງການ AAWC ຍັງໄດ້ເຂົ້າພົບການນຳຂອງກຳມາທິການການຕ່າງປະເທດ, ຢ້ຽມຊົມ ແລະ ວາງກະຕ່າດອກໄມ້ ທີ່ຫ້ອງມູນເຊື້ອຂອງສະພາແຫ່ງຊາດອີກດ້ວຍ.