
ຕອນເຊົ້າວັນທີ 24 ເມສາ 2026, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງແຂວງ, ນໍາໂດຍທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ກໍາມະການສູນກາງພັກ, ກໍາມະການອະນຸກໍາມະການການບໍລິຫານ, ພິທີການ ແລະ ງົບປະມານ ຄະນະກໍາມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້ການນໍາໃຊ້ງົບປະມານ ພາຍຫຼັງເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ໂດຍມີທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ມີຮອງຫົວໜ້າອະນຸກໍາມະການບໍລິຫານ, ພິທີການ ແລະ ງົບປະມານ ແລະ ພະນັກງານຊ່ວຍວຽກຂັ້ນແຂວງ ເຂົ້າຮ່ວມ.


ທ່ານ ປອ ສຸລິຍາ ສຸພິທັກ ຮອງຫົວໜ້າອະນຸກໍາມະການບໍລິຫານ, ພິທີການ ແລະ ງົບປະມານ ໄດ້ຕາງໜ້າອະນຸກໍາມະການລາຍງານຫຍໍ້ ສະພາບການນໍາໃຊ້ງົບປະມານ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ພາຍຫຼັງເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ແລະ ວຽກງານອື່ນໆອີກຈໍານວນໜຶ່ງ ໃນການກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.
ຫຼັງຈາກນັ້ນ, ກອງປະຊຸມໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ, ທາງດ້ານຂໍ້ສະດວກ ແລະ ຂໍ້ຫຍຸ້ງ ຍາກຕ່າງໆ ໃນການການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ແລະ ເພື່ອເປັນຊຸກຍູ້, ຊອກຫາວິທີ່ທາງແກ້ໄຂບັນຫາທາງດ້ານງົບປະມານເກີນແຜນ ທີ່ທາງຄະນະກຳມະການເລືອກຕັ້ງລະດັບຊາດ ຈັດສັນໃຫ້ແຂວງ, ພ້ອມທັງຮັບປະກັນການນໍາໃຊ້ງົບປະມານ ໃຫ້ສໍາເລັດຜົນຕາມຄາດໝາຍທີ່ວາງໄວ້.
ພາບ/ຂ່າວ: ສະພາປະຊາຊົນແຂວງ.
