ເຜີຍເອກະສານ 2 ວັນປະຫວັດສາດສໍາຄັນຂອງຊາດ-ຂອງພັກ.

ມ.ສ. 27, 2026

ຕອນເຊົ້າວັນອັງຄານທີ 24 ມີນາ 2026 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ເຜີຍເອກະສານ 2 ວັນປະຫວັດສາດສໍາຄັນຂອງຊາດ-ຂອງພັກ, ໂດຍການເປັນປະທານຂອງສະຫາຍ ນາງ ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາສະພາປະຊາຊົນແຂວງ, ຄະນະໜ່ວຍພັກ, ຄະນະຫ້ອງວ່າການສະພາປະຊາຊົນແຂວງ ແລະ ສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມ.
ຕອນເຊົ້າວັນອັງຄານທີ 24 ມີນາ 2026 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ເຜີຍເອກະສານ 2 ວັນປະຫວັດສາດສໍາຄັນຂອງຊາດ-ຂອງພັກ, ໂດຍການເປັນປະທານຂອງສະຫາຍ ນາງ ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາສະພາປະຊາຊົນແຂວງ, ຄະນະໜ່ວຍພັກ, ຄະນະຫ້ອງວ່າການສະພາປະຊາຊົນແຂວງ ແລະ ສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມ.
ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ເອກະສານໂຄສະນາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ(22 ມີນາ 1955–22 ມີນາ 2026) ເຊິ່ງໄດ້ຍົກໃຫ້ເຫັນເຖິງປະຫວັດສາດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 71 ປີ ຜ່ານມາ, ພັກເຮົາໄດ້ສືບທອດພາລະ ກິດມາຈາກພັກກອມມູນິດອິນດູຈີນ, ພາຍໃຕ້ການນຳພາຂອງປະທານ ໄກສອນ ພົມວິຫານ. ພັກໄດ້ວາງແນວທາງການເມືອງອັນສະຫຼາດສ່ອງໃສ, ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວບັນດາເຜົ່າ ດຳເນີນການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານຢ່າງພິລະອາດຫານ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975.
ສຳລັບແຂວງອຸດົມໄຊ, ພາຍໃຕ້ການນຳພາຂອງອົງຄະນະພັກແຂວງ, ເສດຖະກິດ-ສັງຄົມ ກໍ່ໄດ້ມີການຂະ ຫຍາຍຕົວ, ພື້ນຖານໂຄງລ່າງ, ການສຶກສາ ແລະ ສາທາລະນະສຸກ ໄດ້ຮັບການປັບປຸງດີຂຶ້ນໃນທົ່ວແຂວງ. ຫຼັງຈາກນັ້ນ, ໄດ້ເລົ່າຄືນມູນເຊື້ອວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ(21 ມີນາ 1946–21 ມີນາ 2026), ໂດຍໄດ້ເນັ້ນໜັກເຖິງເຫດການບັ້ນຮົບປ້ອງກັນຕົວເມືອງທ່າແຂກ ທີ່ນຳພາໂດຍປະທານ ສຸພານຸວົງ, ເຊິ່ງເປັນບັ້ນຮົບທີ່ດຸເດືອດ ແລະ ພິລະອາດຫານທີ່ສຸດ. ເຖິງວ່າພວກເຮົາຈະຖືກສັດຕູຢຶດຄອງ ແລະ ສ້າງໂສກນາດຕະກຳອັນໂຫດຮ້າຍປ່າເຖື່ອນ ເຮັດໃຫ້ທະຫານ ແລະ ປະຊາຊົນເສຍຊີວິດຫຼາຍກວ່າ 3,000 ຄົນ, ແຕ່ຈິດ ໃຈວັນທີ 21 ມີນາ ໄດ້ກາຍເປັນ “ວັນຄຽດແຄ້ນ” ແລະ ເປັນແຮງຊຸກດັນໃຫ້ຄົນລາວຮຸ່ນຕໍ່ໆມາ ມີຄວາມຮັກຊາດ, ເສຍສະຫຼະຊີວິດ ແລະ ເລືອດເນື້ອ ເພື່ອຕໍ່ສູ້ຍາດເອກະລາດຂອງຊາດຢ່າງບໍ່ຢຸດຢັ້ງ.
ປະຕິບັດຕາມວາລະ, ຄະນະໜ່ວຍພັກ ຍັງໄດ້ຜ່ານຮ່າງບົດສໍາສະຫຼຸບການນໍາພາ-ຊີ້ນໍາ ຂອງໜ່ວຍພັກຮາກຖານສະພາປະຊາຊົນແຂວງ ປະຈໍາເດືອນ ກຸມພາ, ມີນາ ແລະ ວາງທິດທາງແຜນການປະຈໍາເດືອນ ເມສາ 2026. ພ້ອມນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວຢ່າງກົງໄປກົງມາ, ເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ພ້ອມທັງໄດ້ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ພາຍໃນໜ່ວຍ ຕື່ມອີກ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.