ພີ່ນ້ອງຮ່ວມຊາດ, ເພື່ອນມິດທີ່ຮັກແພງທັງຫຼາຍ!
ໃນໂອກາດສົ່ງທ້າຍປີເກົ່າ ປີມະເສັງ ພ.ສ 2568 ແລະ ຕ້ອນຮັບປີໃໝ່ ປີມະເມຍ ພ.ສ 2569 ທີ່ຈະມາເຖິງນີ້, ຂ້າພະເຈົ້າ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດ ໄປຍັງພໍ່ແມ່ພີ່ນ້ອງຊາວລາວໃນທົ່ວປະເທດ, ພີ່ນ້ອງຊາວລາວທີ່ກຳລັງດໍາລົງຊີວິດຢູ່ຕ່າງປະເທດ ກໍຄືເພື່ອນມິດຊາວຕ່າງປະເທດທີ່ກຳລັງດໍາລົງຊີວິດ ແລະ ເຮັດວຽກຢູ່ ສປປລາວ ທຸກທົ່ວໜ້າ.
ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍທີ່ຮັກແພງ,
ປີມະເສັງທີ່ກຳລັງຈະຜ່ານພົ້ນໄປ ເປັນປີທີ່ມີຄວາມໝາຍສໍາຄັນ ແລະ ເປັນປີແຫ່ງຄວາມພາກພູມໃຈຂອງປວງຊົນລາວທັງຊາດ ທີ່ໄດ້ຮ່ວມກັນສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ດ້ວຍຄວາມເອກອ້າງທະນົງໃຈ, ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ດ້ວຍຜົນສຳເລັດຢ່າງສະຫງ່າງາມ. ປີທີ່ຜ່ານມາ, ເຖິງວ່າພວກເຮົາຈະປະເຊີນກັບສິ່ງທ້າທາຍນານາປະການ, ແຕ່ດ້ວຍຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ການສະໜັບສະໜູນຊ່ວຍເຫຼືອຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ, ພວກເຮົາສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໄປໄດ້ໂດຍດີ ແລະ ຍາດໄດ້ຜົນສໍາເລັດທີ່ເປັນຮູບປະທໍາຫຼາຍດ້ານ, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຟື້ນຕົວ ແລະ ຂະຫຍາຍຕົວ ດ້ວຍທ່ວງທ່າດີຂຶ້ນ, ອິດທິພົນບົດບາດຂອງ ສປປລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນຕື່ມ ແລະ ສືບຕໍ່ນຳພາປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ແຫ່ງການພັດທະນາໃນຊຸມປີຕໍ່ໜ້າ.
ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ,
ປີມະເມຍ ພ.ສ 2569 ທີ່ຈະມາເຖິງນີ້ ທົ່ວໂລກຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກສັບສົນ ທີ່ເກີດຈາກຜົນກະທົບຂອງຄວາມຂັດແຍ້ງ ແລະ ການປະທະກັນຢູ່ບາງພາກພື້ນ; ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ກໍຄືທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ເຊີດຊູນໍ້າໃຈຮັກຊາດ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ອ້ອມຂ້າງສູນກາງພັກ ແລະ ລັດຖະບານ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກທີ່ຈະເກີດຂຶ້ນ, ອອກແຮງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ມີຜົນສຳເລັດເປັນຮູບປະທຳ, ເຊີດຊູຄວາມເປັນເຈົ້າປະເທດຊາດ, ປະກອບສ່ວນເຂົ້າໃນພາລະກິດພັດທະນາປະເທດຊາດຢ່າງແຂງແຮງຕາມທິດສີຂຽວ ແລະ ຍືນຍົງ ໃຫ້ມີຜົນສຳເລັດ.
ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍທີ່ຮັກແພງທັງຫຼາຍ,
ໃນວາລະອັນເປັນສິລິມຸງຄຸນນີ້, ຂ້າພະເຈົ້າຂໍສົ່ງຄໍາອວຍພອນໄຊອັນປະເສີດ ໃຫ້ພີ່ນ້ອງຮ່ວມຊາດໃນທົ່ວປະເທດ ຕະຫຼອດເຖິງພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງປະເທດທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ຢູ່ ສປປລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຢູ່ເຢັນເປັນສຸກ, ມີຜົນສໍາເລັດໃນໜ້າທີ່ວຽກງານ ແລະ ຂໍໃຫ້ການສະຫຼອງປີໃໝ່ລາວໃນປີນີ້ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຄວາມສະຫງົບປອດໄພທຸກປະການດ້ວຍເທີ້ນ. (ສະບາຍດີປີໃໝ່).

