‎ກະກຽມຄວາມພ້ອມໃຫ້ຕາງໜ້າ AIPA ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະສະພາໂລກ ຄັ້ງທີ 3

ມ.ສ. 3, 2026

‎(ສພຊ) – ວັນທີ 30 ມີນາຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ກໍລະກັນ ພົມມະວົງ ຮອງປະທານກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຂອງລັດຖະສະພາພາກພື້ນ ເພື່ອກະກຽມຄວາມພ້ອມໃຫ້ຕາງໜ້າສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະສະພາໂລກ ຄັ້ງທີ 3 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 16-17 ມິຖຸນາ 2026 ທີ່ ສາທາລະນະລັດອາຟຣິກາໃຕ້ ພາຍໃຕ້ຫົວຂໍ້ “ຕ້ານໄພອຶດຫິວ ແລະ ການຂາດສານອາຫານ”, ກອງປະຊຸມຂອງລັດຖະສະພາພາກພື້ນຄັ້ງນີ້ ໄດ້ຈັດຂຶ້ນທີ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ໂດຍມີຄະນະຜູ້ແທນຈາກ 8 ປະເທດສະມາຊິກໄອປາ ເຂົ້າຮ່ວມ.‎
‎ ກອງປະຊຸມໄດ້ເປີດຂຶ້ນໂດຍການແນະນຳໃຫ້ເຫັນພາບລວມຂອງກອງປະຊຸມສຸດຍອດລັດຖະສະພາໂລກ ວ່າດ້ວຍການຕ້ານໄພອຶດຫິວ ແລະ ການຂາດສານອາຫານ ໂດຍທ່ານ ກິວເຮີເມ ເບຣດີ (Guilherme Brady) ຫົວໜ້າ PSUF ຂອງອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (Food and Agriculture Organization – FAO) ເຊິ່ງໄດ້ອະທິບາຍຂໍ້ມູນສະຖິຕິ, ຄວາມສຳຄັນ, ຂັ້ນຕອນ, ເປົ້າໝາຍ ແລະ ການຄາດຄະເນຜົນຂອງກອງປະຊຸມດັ່ງກ່າວ; ຫຼັງຈາກຮັບຟັງພາບລວມແລ້ວ ກໍໄດ້ດຳເນີນກອງປະຊຸມຕາມເວລາ ເຊິ່ງໄດ້ແບ່ງອອກເປັນ 4 ວາລະ ໃຫ້ບັນດາຄະນະຜູ້ແທນທີ່ເຂົ້າຮ່ວມ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນໃນແຕ່ລະຫົວຂໍ້ດັ່ງນີ້: 1) ສົ່ງເສີມຄວາມໝັ້ນຄົງທາງດ້ານອາຫານ ຜ່ານການພັດທະນາແບບມີສ່ວນຮ່ວມ ແລະ ຄວາມຍຸຕິທຳທາງສັງຄົມ, 2) ປຶກສາຫາລືໃນການພັດທະນາລະບົບກະສິກຳອາຫານທີ່ມີປະສິດທິພາບ, ກວ້າງຂວາງ, ທົນທານ ແລະ ຍື່ນຍົງ, 3) ສົ່ງເສີມການເຂົ້າເຖິງ ແລະ ການບໍລິໂພກອາຫານທີ່ມີປະໂຫຍດຕໍ່ສຸຂະພາບ, 4) ປຶກສາຫາລືແລກປ່ຽນທັດສະນະຂອງບັນດາປະເທດສະມາຊິກ ກ່ຽວກັບຮ່າງຂໍ້ສະເໜີການລາຍງານລະດັບໂລກໃນວາລະສຸດທ້າຍຂອງກອງປະຊຸມ. ພ້ອມກັນນັ້ນ, ປະທານກອງປະຊຸມຍັງໄດ້ຍົກໃຫ້ເຫັນຄວາມສຳຄັນຂອງກອງປະຊຸມທີ່ໄດ້ເຕົ້າໂຮມຜູ້ແທນຈາກສະມາຊິກ AIPA ເພື່ອເສີມສ້າງການປະສານງານໃນພາກພື້ນ ແລະ ກຳນົດວິທີການທີ່ສອດຄ່ອງກັນໃນການແກ້ໄຂບັນຫາຄວາມອຶດຫິວ, ການຂາດສານອາຫານ ແລະ ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານໃນພາກພື້ນອາຊີຕາເວັນອອກສຽງໃຕ້ ພ້ອມທັງເນັ້ນໜັກເຖິງບົດບາດຂອງລັດຖະສະພາ ໃນການອອກກົດໝາຍ, ການຕິດຕາມກວດກາ ແລະ ການຈັດສັນຊັບພະຍາກອນ.‎
ການເຂົ້າຮ່ວມຄັ້ງນີ້, ທ່ານ ກໍລະກັນ ພົມມະວົງ ມີຄໍາເຫັນໃນວາລະທີສອງຂອງກອງປະຊຸມ ເຊິ່ງໄດ້ຊີ້ໃຫ້ເຖິງການພັດທະນາລະບົບກະສິກຳອາຫານທີ່ມີປະສິດທິພາບ, ປົກຄຸມ, ມີຄວາມຍືດຢຸ່ນ ແລະ ຍືນຍົງ; ຮຽກຮ້ອງໃຫ້ສະມາຊິກໄອປາ ໃຊ້ວິທີການທີ່ສົມດຸນໃນການແກ້ໄຂບັນຫາທີ່ທ້າທາຍດ້ານໂຄງສ້າງ ໃນຂະນະທີ່ນຳໃຊ້ທ່າແຮງທຳມະຊາດ ໂດຍອີງໃສ່ນະໂຍບາຍທີ່ສອດຄ່ອງກັນ, ການມີສ່ວນຮ່ວມຂອງລັດຖະສະພາທີ່ເຂັ້ມແຂງ ແລະ ການຮ່ວມມືໃນພາກພື້ນທີ່ດີຂຶ້ນ. ທ່ານຍັງເນັ້ນໜັກເຖິງຄວາມສຳຄັນຂອງການລົງທຶນຢ່າງຕໍ່ເນື່ອງໃນພື້ນຖານໂຄງລ່າງ, ເຕັກໂນໂລຊີ ແລະ ການເຊື່ອມຕໍ່, ຄຽງຄູ່ກັບມາດຕະການຮອບດ້ານທີ່ເປັນປະໂຫຍດໃນການຍົກລະດັບຄວາມເປັນຢູ່ໃນເຂດຫ່າງໄກ ແລະ ກຸ່ມທີ່ມີຄວາມບອບບາງ; ເນັ້ນໜັກເຖິງຄຸນຄ່າຂອງການຮ່ວມມືຂອງອາຊຽນ ໃນການສົ່ງເສີມການພັດທະນາກະສິກຳທີ່ມີຄວາມຮັບຜິດຊອບ ພ້ອມທັງກ່າວເຖິງຄວາມມຸ່ງໝັ້ນຂອງ ສປປລາວ ໃນການພັດທະນາລະບົບກະສິກຳດ້ານສະບຽງອາຫານ ໃຫ້ເປັນພື້ນຖານຂອງການພັດທະນາແຫ່ງຊາດ ແລະ ການຮ່ວມມືໃນພາກພື້ນ ກໍຄືສະພາແຫ່ງຊາດ ໃນການເພີ່ມທະວີການສ້າງ ແລະ ປັບປຸງກົດໝາຍໃຫ້ແທດເໝາະກັບການຮ່ວມມືກັບບັນດາລັດຖະສະພາພາກພື້ນ ແລະ ສາກົນ ໃຫ້ດີຂຶ້ນກວ່າເກົ່າ ເພື່ອຮັບປະກັນຜົນປະໂຫຍດທີ່ຍືນຍົງ, ຍຸຕິທຳ ແລະ ຍືນຍົງສຳລັບທຸກຄົນ.