ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 2 ເມສາ 2026 ພາຍໃຕ້ການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ ກຳມະການຄະນະປະຈຳສະພາແຫ່ງຊາດຊຸດທີX ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ3 ແຂວງຫລວງນ້ຳທາ, ທ່ານ ພົທ ຄຳກິງ ຜຸຍຫລ້າມະນີວົງ ກຳມະການສູນກາງພັກ,ເລຂາຄະນະບໍລິຫານງານພັກແຂວງ, ວ່າການປະທານຄະນະກຳມະການປົກຄອງແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ,ອະດີດການນໍາຂອງ ແຂວງ-ອະດີດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ອະດີດສະມາຊິກສະພາປະຊາຊົນແຂວງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົົ່າ, ອົງການຈັດຕັ້ງມະຫາຊົນ, ບັນດາທ່ານສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ອົງການກວດສອບປະຈໍາພາກເໜືອ, ການນໍາບັນດາເມືອງ, ພະແນກການ-ອົງການ, ສອງກອງບັນຊາການຂອງແຂວງ, ໂຮງຮຽນ, ໂຮງໝໍ, ລັດວິສາຫະກິດ, ບັນດາທະນາຄານ, ນັກທຸລະກິດຜູ້ປະກອບການ ພ້ອມດ້ວຍບັນດາທ່ານແຂກ, ທ່ານຍິງ-ທ່ານ ຊາຍເຂົ້າຮ່ວມ 200 ຄົນ.


ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຄັ້ງນີ້ ຈະໄດ້ພິຈາລະນາ, ຮັບຮອງບັນຫາສໍາຄັນພື້ນຖານຂອງແຂວງດັ່ງນີ້: ຮັບຟັງການລາຍງານຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບບຜົນຂອງການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະ ຂອງສະມາຊິກສະພາປະຊາຊົນແຂວງ ຊຸດທີ V; ພິຈາລະນາ, ຮັບຮອງເອົາການເລືອກຕັ້ງ ປະທານສະພາປະຊາຊົນແຂວງ ຊຸດທີ V ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ IV; ພິຈາລະນາ, ຮັບຮອງເອົາການເລືອກຕັ້ງ ຮອງປະທານສະພາປະຊາຊົນແຂວງ ຊຸດທີ V ແລະ ກໍາມະການຄະນະປະຈໍາສະພາປະຊາຊົນແຂວງ ຕາມການສະເໜີຂອງປະທານສະພາປະຊາຊົນແຂວງ; ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກ ຂອງສະພາປະຊາຊົນແຂວງຊຸດທີ V, ການແຕ່ງຕັ້ງປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ; ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງແຂວງ ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ; ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກ ຂອງຄະນະກໍາມະການປົກຄອງແຂວງ; ການສະເໜີແຕ່ງຕັ້ງຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າພະແນກ, ຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ ຕາມການສະເໜີຂອງປະທານຄະນະກໍາມະການປົກ ຄອງແຂວງ; ພິຈາລະນາ, ຮັບບຮອງເອົາການສະເໜີແຕ່ງຕັ້ງ ປະທານອົງການກວດກາລັດຂັ້ນແຂວງ, ຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ປະທານສານປະຊາຊົນແຂວງ ຕາມການສະ ເໜີຂອງຄະນະປະຈໍາສະພາປະຊາຊົນແຂວງ; ພິຈາລະນາ, ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 5 ປີ (2026-2030) ຂອງແຂວງ ຕາມການສະເໜີຂອງປະທານຄະນະກໍາມະການປົກຄອງແຂວງ; ພິຈາລະນາ, ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາລັດຂັ້ນແຂວງ ແລະ ອົງການກວດສອບ ປະຈຳພາກເໜືອ-2; ພິຈາລະນາ, ຮັບຮອງເອົາແຜນການເຄືີ່ອນໄຫວວຽກງານ 5 ປີ (2026-2030) ຂອງອົງ ການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ; ພິຈາລະນາ, ຮັບຮອງເອົາແຜນການເຄືີ່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາປະຊາຊົນແຂວງ ຊຸດທີ V ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ; ພິຈາລະນາ, ຮັບຮອງເອົາແຜນການສ້າງ ແລະ ປັບປຸງ ນິຕິກໍາໃຕ້ກົດໝາຍ 5 ປີ (2026-2030) ຂອງແຂວງ ຕາມການສະເໜີຂອງອົງການປົກຄອງແຂວງ.

