ມອບ-ຮັບໜ້າທີ່ປະທານກຳມາທິການການຕ່າງປະເທດ

ມ.ນ. 30, 2026

(ສພຊ) – ວັນທີ 30 ມີນາ 2026 ໄດ້ມີພິທີມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ທ່ານ ໂພໄຊ ໄຂຄຳພິທູນ ກຳມະການສູນກາງພັກ, ປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ຊຸດທີ X ໂດຍມີທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ບັນດາທ່ານຄະນະປະຈຳສະພາແຫ່ງຊາດ ແລະ ຮອງປະທານກຳມາທິການ ສພຊ ຊຸດທີ IX ແລະ ຊຸດທີ X ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.
ໃນພິທີ, ໄດ້ຮັບຟັງການຜ່ານມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ສະບັບເລກທີ 03/ສພຊ, ລົງວັນທີ 23 ມີນາ 2026 ວ່າດ້ວຍການຮັບຮອງເອົາກົງຈັກສະພາແຫ່ງຊາດ, ແຕ່ງຕັ້ງປະທານກຳມາທິການ ແລະ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ພ້ອມທັງຮັບຟັງການລາຍງານຫຍໍ້ກ່ຽວກັບການປະຕິບັດໜ້າທີ່ວຽກງານການຕ່າງປະເທດຂອງ ສພຊ ໃນໄລຍະ 5 ປີຜ່ານມາ ແລະ ຄາດຄະເນທິດທາງແຜນການແຕ່ນີ້ຮອດປີ 2030 ຂອງກໍາມາທິການການຕ່າງປະເທດ; ຫຼັງຈາກນັ້ນ, ກໍໄດ້ມີການລົງລາຍເຊັນໃສ່ບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງປະທານກຳມາທິການຜູ້ເກົ່າ ແລະ ຜູ້ໃໝ່.
ໃນຕອນທ້າຍ, ທ່ານ ນາງ ສູນທອນ ໄຊຍະຈັກ ມີຄຳເຫັນໂອ້ລົມ ໂດຍໄດ້ກ່າວວ່າ: ການມອບ-ຮັບໜ້າທີ່ຄັ້ງນີ້ ແມ່ນການສືບຕໍ່ປັບປຸງສັບຊ້ອນບຸກຄະລາກອນເຂົ້າໃນຕຳແໜ່ງສໍາຄັນຂອງສະພາແຫ່ງຊາດ ທັງເປັນການສືບຕໍ່ນຳພາ-ຊີ້ນຳວຽກງານກຳມາທິການການຕ່າງປະເທດ ໃຫ້ດຳເນີນໄປຢ່າງປົກກະຕິ ແລະ ຕໍ່ນື່ອງ ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ທີ່ໄດ້ຮັບຮອງເອົາການແຕ່ງຕັ້ງປະທານ, ຮອງປະທານກຳມາທິການການຕ່າງປະເທດ ຊຸດທີ X ເຂົ້າໃນການເຄື່ອນໄຫວວຽກງານຂອງກົງຈັກສະພາແຫ່ງຊາດ ໃຫ້ໄດ້ຮັບຜົນສໍາເລັດ, ນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ; ພ້ອມນັ້ນ, ທ່ານຍັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນທີ່ກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ຊຸດທີ IX ຍາດມາໄດ້ໃນຕະຫຼອດໄລຍະ 5 ປີຜ່ານມາ.