ກອງປະຊຸມຄັ້ງປະຖົມມະລືກ ອອກມະຕິ 20 ສະບັບ

ມ.ນ. 27, 2026

(ສພຊ) – ຕອນບ່າຍວັນສຸກທີ 27 ມີນານີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ດຳເນີນຂຶ້ນຢ່າງເປັນທາງການນັບແຕ່ວັນທີ 23-27 ມີນາ 2026 ໂດຍໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ຕາມລັດຖະທໍາມະນູນ ແລະ ກົດໝາຍກໍານົດ ດັ່ງນີ້:
1. ຮັບຟັງລາຍງານຜົນສຳເລັດຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ທີ່ໄດ້ດໍາເນີນການປ່ອນບັດເລືອກຕັ້ງສໍາເລັດເມື່ອວັນທີ 22 ກຸມພາຜ່ານມາ ໂດຍມີຜູ້ໄດ້ຮັບເລືອກຕັ້ງເປັນ ສສຊ ຊຸດທີ X ທັງໝົດ 175 ທ່ານ ໃນນັ້ນ, ມີເພດຍິງ 52 ທ່ານ ກວມເອົາ 29.71% ແລະ ມີຜູ້ໄດ້ຮັບເລືອກຕັ້ງເປັນ ສສຂ ຊຸດທີ V ທັງໝົດ 745 ທ່ານ ໃນນັ້ນ, ມີເພດຍິງ 211 ທ່ານ ກວມເອົາ 28.32% ກອງປະຊຸມໄດ້ຮັບຮອງເອົາຜົນການເລືອກຕັ້ງດັ່ງກ່າວຢ່າງເປັນເອກະສັນ.
2. ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງ, ເລືອກຕັ້ງ ແລະ ຮັບຮອງເອົາບຸກຄະລາກອນຂອງລະບົບອຳນາດລັດ ດ້ວຍຄະແນນເຫັນດີເປັນເອກະສັນ ໂດຍເລືອກຕັ້ງທ່ານ ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ, ທ່ານ ກອງແກ້ວ ໄຊສົງຄາມ, ທ່ານ ວິໄລວົງ ບຸດດາຄຳ ແລະ ທ່ານ ມອນໄຊ ລາວມົວຊົ່ງ ເປັນຮອງປະທານສະພາແຫ່ງຊາດ ແລະ ກຳມະການຄະນະປະຈຳສະພາແຫ່ງຊາດ ຈໍານວນ 6 ທ່ານ ຍິງ 2 ທ່ານ; ຮັບຮອງເອົາກົງຈັກຂອງສະພາແຫ່ງຊາດ ປະກອບມີ 5 ກໍາມາທິການ ແລະ ຫ້ອງວ່າການ; ເລືອກຕັ້ງທ່ານ ທອງລຸນ ສີສຸລິດ ເປັນປະທານປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ເປັນຮອງປະທານປະເທດ; ເລືອກຕັ້ງທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ, ຮັບຮອງການສະເໜີແຕ່ງຕັ້ງທ່ານ ສະເຫຼີມໄຊ ກົມມະສິດ, ທ່ານ ຄໍາພັນ ພົມມະທັດ, ທ່ານ ທອງສະລິດ ມັງໜໍ່ເມກ, ທ່ານ ພົອ. ຄໍາລຽງ ອຸທະໄກສອນ, ທ່ານ ສັນຕິພາບ ພົມວິຫານ ແລະ ທ່ານ ທອງສະຫວັນ ພົມວິຫານ ເປັນຮອງນາຍົກລັດຖະມົນຕີ ແລະ ຮັບຮອງເອົາກົງຈັກຂອງລັດຖະບານ ປະກອບມີ 13 ກະຊວງ, 2 ອົງການທຽບເທົ່າ ແລະ ຮັບຮອງເອົາການແຕ່ງຕັ້ງສະມາຊິກລັດຖະບານອີກຈໍານວນ 10 ທ່ານ ຍິງ 03 ທ່ານ; ຮັບຮອງເອົາການເລືອກຕັ້ງທ່ານ ໄພວີ ສີບົວລິພາ ເປັນປະທານສານປະຊາຊົນສູງສຸດ, ທ່ານ ພົຈວ. ນາງ ລີວົງ ລາວລີ ເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ທ່ານ ວັນໄຊ ພອງສະຫວັນ ເປັນປະທານອົງການກວດກາແຫ່ງລັດ ແລະ ທ່ານ ວຽງທະວີສອນ ເທບພະຈັນ ເປັນປະທານອົງການກວດສອບແຫ່ງລັດ.
3. ພິຈາລະນາ, ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຂອງລັດຖະບານ; ໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟຈາກຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢາ ຊາຍແດນລາວຫວຽດນາມ ດ້ວຍຮູບແບບ BOT; ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ; ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X. ພ້ອມນີ້, ຍັງໄດ້ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ເຊິ່ຶ່ງປະກອບມີຈໍານວນ 15 ທ່ານ ຍິງ 03 ທ່ານ.
4. ໄດ້ອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ທັງໝົດ 20 ສະບັບ ດັ່ງນີ້:
1) ມະຕິວ່າດ້ວຍການຮັບຮອງເອົາການເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ X;
2) ມະຕິວ່າດ້ວຍການຮັບຮອງເອົາການເລືອກຕັ້ງຮອງປະທານສະພາແຫ່ງຊາດ ແລະ ກຳມະການຄະນະປະຈຳສະພາແຫ່ງຊາດ ຊຸດທີ X;
3) ມະຕິວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກຂອງສະພາແຫ່ງຊາດ ຊຸດທີ X, ການແຕ່ງຕັ້ງປະທານກຳມາທິການ ແລະ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຊຸດທີ X;
4) ມະຕິວ່າດ້ວຍການຮັບຮອງເອົາການເລືອກຕັ້ງປະທານປະເທດ;
5) ມະຕິວ່າດ້ວຍການຮັບຮອງເອົາການເລືອກຕັ້ງຮອງປະທານປະເທດ;
6) ມະຕິວ່າດ້ວຍການຮັບຮອງເອົາການເລືອກຕັ້ງນາຍົກລັດຖະມົນຕີ;
7) ມະຕິວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ, ການແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຊຸດທີ X;
8.) ມະຕິວ່າດ້ວຍການຮັບຮອງເອົາການເລືອກຕັ້ງປະທານສານປະຊາຊົນສູງສຸດ;
9) ມະຕິວ່າດ້ວຍການຮັບຮອງເອົາການເລືອກຕັ້ງຫົວໜ້າອົງການໄອຍະການປະຊາຊົນສູງສຸດ;
10) ມະຕິວ່າດ້ວຍການຮັບຮອງເອົາການເລືອກຕັ້ງປະທານອົງການກວດກາແຫ່ງລັດ;
11) ມະຕິວ່າດ້ວຍການຮັບຮອງເອົາການເລືອກຕັ້ງປະທານອົງການກວດສອບແຫ່ງລັດ;
12) ມະຕິວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ;
13) ມະຕິວ່າດ້ວຍການຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ;
14) ມະຕິວ່າດ້ວຍການຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການໄອຍະການປະຊາຊົນສູງສຸດ;
15) ມະຕິວ່າດ້ວຍການຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາແຫ່ງລັດ;
16) ມະຕິວ່າດ້ວຍການຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດສອບແຫ່ງລັດ;
17) ມະຕິວ່າດ້ວຍການຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ ແຕ່ປີ 2026-2030 ຂອງສະພາແຫ່ງຊາດ ຊຸດທີ X;
18) ມະຕິວ່າດ້ວຍການຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X;
19) ມະຕິວ່າດ້ວຍການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຂອງລັດຖະບານ;
20) ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບການພິຈາລະນາ, ຮັບຮອງເອົາດ້ານຫຼັກການ ໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟ ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ ຊາຍແດນລາວ-ຫວຽດນາມ ດ້ວຍຮູບແບບ BOT.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຍັງກ່າວອີກວ່າ: ໄລຍະດໍາເນີນກອງປະຊຸມ ໄດ້ມີປະຊາຊົນສົ່ງຄໍາຄິດຄໍາເຫັນຜ່ານໂທລະສັບສາຍດ່ວນ (156) ລວມທັງໝົດ 274 ສາຍ, ສັງລວມໄດ້ 126 ເລື່ອງ ເຊິ່ງພົວພັນເຖິງການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ ເປັນຕົ້ນບັນຫານໍ້າມັນເຊື້ອໄຟຂາດແຄນ, ລາຄານໍ້າມັນແພງ ແລະ ຄາລາເໜັງຕີງທຸກວັນ, ບັນຫາສິນຄ້າລາຄາແພງ, ການຊົດເຊີຍຜົນກະທົບຈາກໂຄງການພັດທະນາ, ບັນຫາຜົນກະທົບຈາກໄພທໍາມະຊາດ ແລະ ບັນຫາອື່ນໆ; ຕໍ່ຄໍາຄິດເຫັນ, ຄໍາສະເໜີທີ່ສົ່ງມານັ້ນ, ກອງເລຂາກອງປະຊຸມ ພວມສັງລວມເພື່ອມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ປະສານສົມທົບກັບບັນດາກະຊວງ-ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງ ຄົ້ນຄວ້າພິຈາລະນາແກ້ໄຂຕາມພາລະບົດບາດຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອລາຍງານຄືນສະພາແຫ່ງຊາດ.

(ນາງ ອາລິນ ສຸພິມມະປະດິດ)