ຈະດໍາເນີນການກວດສອບໃຫ້ບັນລຸ 620 ເທື່ອເປົ້າໝາຍ

ມ.ນ. 27, 2026

(ສພຊ) – ຕອນບ່າຍວັນທີ 25 ມີນາຜ່ານມາ, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານແຜນການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ 5 ປີ (2026-2030) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ເຊິ່ງມີ 8 ຄາດໝາຍສູ້ຊົນດັ່ງນີ້:
1. ປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ໃຫ້ສອດຄ່ອງກັບລັດຖະທຳມະນູນສະບັບປັບປຸງປີ 2025.
2. ສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍທີ່ສໍາຄັນ ໃຫ້ໄດ້ຢ່າງໜ້ອຍ 7 ສະບັບ, ໃນນັ້ນ: ສ້າງໃໝ່ 5 ສະບັບ ແລະ ປັບປຸງ 2 ສະບັບ.
3. ດໍາເນີນການກວດສອບໃຫ້ບັນລຸ 620 ເທື່ອເປົ້າໝາຍ, ໃນນັ້ນ: ຂົງເຂດງົບປະມານ 151 ເທື່ອເປົ້າໝາຍ, ຂົງເຂດໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ 92 ເທື່ອເປົ້າໝາຍ, ຂົງເຂດໂຄງການລົງທຶນຂອງລັດ 50 ເທື່ອເປົ້າໝາຍ, ຂົງເຂດທະນາຄານ 34 ເທື່ອເປົ້າໝາຍ, ຂົງເຂດວິສາຫະກິດ 74 ເທື່ອເປົ້າໝາຍ ແລະ ຫົວຂໍ້ສະເພາະ 219 ເທື່ອເປົ້າໝາຍ.
4. ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບ ໃຫ້ກວມເອົາ 80% ຂອງຈໍານວນເປົ້າໝາຍທີ່ດໍາເນີນການກວດສອບສໍາເລັດໃນແຕ່ລະປີ.
5. ລາຍງານຜົນການກວດສອບປະຈຳປີຕໍ່ຄະນະປະຈຳສະພາແຫ່ງຊາດ 5 ຄັ້ງ (5 ບົດ) ແລະ ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ 5 ຄັ້ງ (5 ບົດ).
6. ບໍາລຸງກໍ່ສ້າງພະນັກງານກວດສອບຕາມມາດຕະຖານເງື່ອນໄຂຂອງນັກກວດສອບແຫ່ງລັດ ໃຫ້ໄດ້ 220 ຄົນ, ໃນນັ້ນ: ນັກກວດສອບ ຂັ້ນ 1 ຈໍານວນ 170 ຄົນ, ນັກກວດສອບ ຂັ້ນ 2 ຈໍານວນ 50 ຄົນ ແລະ ກະກຽມຄວາມພ້ອມໃນການກໍ່ສ້າງນັກກວດສອບ ຂັ້ນ 3 ໃຫ້ສໍາເລັດ.
7. ກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ໃຫ້ໄປຍົກລະດັບທິດສະດີການເມືອງ ໃຫ້ໄດ້ 25 ຄົນ.
8. ເຝິກອົບຮົມການນໍາໃຊ້ລະບົບ E-Audit ໃຫ້ພະນັກງານກວດສອບ ໃຫ້ໄດ້ 70 ຄົນ, ສ້າງຄູເຝິກ ໃຫ້ໄດ້ 10 ຄົນ, ເຝິກອົບຮົມການນໍາໃຊ້ປັນຍາປະດິດ (AI) ໃຫ້ພະນັກງານ-ນັກກວດສອບແຫ່ງລັດ ໃຫ້ໄດ້ 200 ຄົນ.