ຄປຈສພຊ ສະເໜີ 7 ທັດສະນະ ຕໍ່ວຽກງານສານ ແລະ ໄອຍະການ

ມ.ນ. 26, 2026

(ສພຊ) – ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການກົດໝາຍ ແລະ ຍຸຕິທຳ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນວາລະກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ ຊຸດທີ X ເມື່ອຕອນບ່າຍວັນທີ 24 ມີນາຜ່ານມາ ເຊິ່ງສະເໜີໃຫ້ເອົາໃຈໃສ່ດັ່ງນີ້:
ສານປະຊາຊົນສູງສຸດ
1. ເພີ່ມທະວີຄວາມຮັບຜິດຊອບການເມືອງຂອງຄະນະພັກ, ຄະນະນໍາ, ສະມາຊິກພັກ ແລະ ພະນັກງານ ໃນການເຊື່ອມຊຶມກຳແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍໂຄງການການເມືອງ ແລະ ບັນດາມະຕິຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ຫັນເປັນອັນລະອຽດເຂົ້າໃນວຽກງານຕົວຈິງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
2. ສືບຕໍ່ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ຄົ້ນຄວ້າສ້າງຕັ້ງສານປະຊາຊົນເຂດ ແລະ ໜ່ວຍງານຂອງສານປະຊາຊົນເຂດປະຈຳເມືອງ ລວມທັງຂັ້ນຕາແສງ ໃຫ້ສອດຄ່ອງກັບສະພາບການໃນໄລຍະໃໝ່ ເພື່ອສ້າງເງື່ອນໄຂໃຫ້ພົນລະເມືອງ ສາມາດເຂົ້າເຖິງການດຳເນີນຄະດີຂອງສານປະຊາຊົນໄດ້ສະດວກຂຶ້ນ.
3. ຖືສໍາຄັນການສຶກສາອົບຮົມການເມືອງແນວຄິດ ແລະ ການບຳລຸງສ້າງຜູ້ພິພາກສາ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ-ຈັນຍາທຳ, ມີຄວາມຮູ້ຄວາມສາມາດ, ມີຄວາມຊຳນານງານໃນການດຳເນີນ ແລະ ຕັດສິນຄະດີ, ພິພາກສາຄະດີ ຕ້ອງຮັບປະກັນຫຼັກການດໍາເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ.
4. ການດຳເນີນຄະດີຂອງສານປະຊາຊົນແຕ່ລະຂັ້ນ ໃຫ້ຮັບປະກັນຄຸນນະພາບ, ຮັບປະກັນສິດຂອງຄູ່ຄວາມ, ໂຈດ, ຈໍາເລີຍ ແລະ ບຸກຄົນທີສາມ ໃນການແກ້ຂໍ້ກ່າວຫາ ແລະ ສິດໃນການໂຕ້ແຍ່ງ-ໂຕ້ຖຽງໃນການດໍາເນີນຄະດີ ໃຫ້ມີຄວາມໂປ່ງໃສ, ກວດສອບໄດ້ ແລະ ສູ້ຊົນພິຈາລະນາແກ້ໄຂຄະດີ ໃຫ້ບັນລຸຕາມຄາດໝາຍທີ່ກໍານົດໄວ້.
5. ປັບປຸງແບບແຜນວິທີເຮັດວຽກ, ກົນໄກການບໍລິຫານຄະດີ ໃນການດຳເນີນຄະດີໃຫ້ມີຄວາມຖືກຕ້ອງ, ເປັນທໍາ, ທັນກຳນົດເວລາ; ສຸມໃສ່ແກ້ໄຂປາກົດການລະເມີດກົດໝາຍໃນການດຳເນີນຄະດີຢູ່ສານປະຊາຊົນແຕ່ລະຂັ້ນ ໃຫ້ໄດ້ຢ່າງເດັດຂາດ.
6. ຄົ້ນຄວ້າເນື້ອໃນມາດຕາຂອງກົດໝາຍທີ່ຈະສ້າງ ຫຼື ປັບປຸງ ໃຫ້ເລິກເຊິ່ງ ແລະ ມີຈຸດສຸມ, ສຸມໃສ່ສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບ ໃຫ້ສຳເລັດຕາມແຜນການຢ່າງມີຄຸນນະພາບ.
7. ເພີ່ມທະວີຄວາມເປັນເຈົ້າການໃນການຄົ້ນຄວ້າ ເພື່ອສ້າງ ແລະ ປັບປຸງກົນໄກການປະສານງານຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໃນການດໍາເນີນຄະດີ ແນໃສ່ເຮັດໃຫ້ການຄົ້ນຄວ້າ, ແກ້ໄຂຄະດີ ມີຄວາມເປັນເອກະພາບ, ໂລ່ງລ່ຽນ, ວ່ອງໄວ, ເປັນທໍາ ແລະ ສາມາດຮັບໃຊ້ປະຊາຊົນຢ່າງແທ້ຈິງ.
​ ໄອຍະການປະຊາຊົນສູງສຸດ​
1. ເພີ່ມທະວີຄວາມຮັບຜິດຊອບການເມືອງຂອງຄະນະພັກ, ຄະນະນໍາ, ສະມາຊິກພັກ ແລະ ພະນັກງານຂອງອົງການໄອຍະການປະຊາຊົນ ໃນການເຊື່ອມຊຶມກຳແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍໂຄງການການເມືອງ ແລະ ບັນດາມະຕິຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ຫັນເປັນອັນລະອຽດເຂົ້າໃນວຽກງານຕົວຈິງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
2. ປັບປຸງລະບົບກົງຈັກການຈັດຕັ້ງແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ເປັນລະບົບຄົບຊຸດ ໂດຍສະເພາະແມ່ນຂັ້ນຕາແສງ; ຄົ້ນຄວ້າການສ້າງຕັ້ງອົງການໄອຍະການປະຊາຊົນເຂດ ແລະ ຫ້ອງການໄອຍະການປະຊາຊົນເຂດປະຈຳເມືອງ ໃຫ້ສອດຄ່ອງກັບສະພາບການ ແລະ ເງື່ອນໄຂຕົວຈິງ.
3. ບຳລຸງສ້າງພະນັກງານທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອຮັບປະກັນໃຫ້ພະນັກງານໄອຍະການ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ-ຈັນຍາທໍາ, ມີຄວາມຮູ້ຄວາມສາມາດ ແລະ ຄວາມຊໍານານດ້ານວິຊາສະເພາະ ໃນການດໍາເນີນຄະດີຢ່າງເປັນມືອາຊີບ.
4. ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຕ້ອງຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ແລະ ຄວາມເປັນຈິງ, ຮອບດ້ານ, ຄົບຖ້ວນ, ພາວະວິໄສ ເພື່ອເຮັດໃຫ້ຜູ້ກະທຳຜິດ ຕ້ອງຖືກລົງໂທດຕາມກົດໝາຍ ແລະ ຜູ້ບໍ່ໄດ້ກະທຳຜິດ ຈະບໍ່ຖືກລົງໂທດ; ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ໃຫ້ບັນລຸຄາດໝາຍ 95% ຕາມທີ່ໄດ້ກໍານົດໄວ້.
5. ເພີ່ມທະວີການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍຂອງເຈົ້າໜ້າທີ່ສືບສວນ-ສອບສວນ ໃນການດຳເນີນຄະດີອາຍາແຕ່ຫົວທີ, ຮັບປະກັນໃຫ້ການນຳໃຊ້ວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນຂອງເຈົ້າໜ້າທີ່ສືບສວນ-ສອບສວນ ໃຫ້ມີຄວາມຖືກຕ້ອງເຂັ້ມງວດຕາມກົດໝາຍ.
6. ຄົ້ນຄວ້າຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ ເຂົ້າໃນການປັບປຸງ ແລະ ສ້າງກົດໝາຍ ລວມທັງນິຕິກຳໃຕ້ກົດໝາຍທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບ ໃຫ້ສາມາດແກ້ໄຂບັນຫາທີ່ເກີດຂຶ້ນຕົວຈິງ ທັງຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
7. ສຸມໃສ່ປັບປຸງກົນໄກການປະສານງານຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໃນການດໍາເນີນຄະດີໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບແນວທາງຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ຄວາມເປັນຈິງ ພ້ອມທັງເຮັດໃຫ້ການປະສານສົມທົບມີຄວາມໂລ່ງລ່ຽນ, ວ່ອງໄວ ແລະ ສາມາດຮັບໃຊ້ປະຊາຊົນຢ່າງແທ້ຈິງ ແນໃສ່ເຮັດໃຫ້ການດໍາເນີນຄະດີຕາມຂະບວນການຍຸຕິທໍາ ມີຄຸນນະພາບ, ໂປ່ງໃສ ແລະ ກວດສອບໄດ້.